ເລີ່ມແລ່ນລົດໄຟຂົນສົ່ງສິນຄ້າຜ່ານທາງຫຼວງ-ທາງລົດໄຟປະສົມທີ່ເປັນຊ່ອງທາງໃໝ່ລະຫວ່າງຈີນ-ມຽນມາຂະບວນທຳອິດ

2023-06-17 14:40:22 CRI

    ວັນທີ 16 ມິຖຸນານີ້, ລົດໄຟຂົນສົ່ງຫີນເຫຼັກມຽນມາ 1000 ກວ່າໂຕຂະບວນໜຶ່ງ ໄດ້ຄ່ອຍໆແລ່ນອອກຈາກນະຄອນປາວຊ່ານ, ແຂວງຢຸນນານ, ແລະຈະໄປຮອດນະຕອນເຊີງຕູ່, ແຂວງເສສວນໃນວັນທີ 18, ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ ໄດ້ເລີ່ມຂົນສົ່ງສິນຄ້າຜ່ານທາງຫຼວງ-ທາງລົດໄຟງວດທຳອິດຕາມເສັນທາງໃໝ່ລະຫວ່າງຈີນ-ມຽນມາ, ເຊິ່ງເປັນການເປີດຊ່ອງທາງໃໝ່ໃຫ້ແກ່ການໄປມາຫາສູ່ກັນທາງເສດຖະກິດການຄ້າລະຫວ່າງເຂດຕາເວັນຕົກສຽງໃຕ້ຂອງຈີນກັບປະເທດສະມາຊິກອາຊຽນ.

 

    ຊ່ອງທາງໃໝ່ລະຫວ່າງຈີນ-ມຽນມາ ແມ່ນຊ່ອງທາງຈໍລະຈອນສິນຄ້າສາກົນ ທີ່ໃຊ້ຕູ້ຄອນເທນເນີເປັນພາຫະນະຂົນສົ່ງຕົ້ນຕໍ ແລະຜ່ານທາງຫຼວງທາງລົດໄຟໃຫ້ຈີນ ແລະ ມຽນມາເຊື່ອມຕໍ່ເຂົ້າກັນ. ໂດຍອາໄສຊ່ອງທາງໃໝ່ສາຍນີ້, ການຂົນສົ່ງສິນຄ້າລະຫວ່າງຈີນກັບປະເທດສະມາຊິກອາຊຽນ ຈະຫຼຸດໄລຍະທາງ ແລະ ເວລາໃຫ້ໜ້ອຍລົງຢ່າງຫຼວງຫຼາຍ.


 

    ສິນຄ້າຜ່ານທາງຫຼວງ-ທາງລົດໄຟລະຫວ່າງຈີນ-ມຽນມາງວດທຳອິດ ໄດ້ ຂົນສົ່ງຈາກນະຕອນມານດາເລ, ປະເທດມຽນມາ, ເຂົ້າດ່ານເທີງໂຊ່ງແຂວງຢູນນານໂດຍຜ່ານທາງຫຼວງ, ຫຼັງຈາກໄປຮອດນະຄອນປາວຊ່ານແລ້ວ, ຈຶ່ງປ່ຽນໃຊ້ລົດໄຟຂົນສົ່ງໄປນະຕອນເຊີງຕູ່, ໄລຍະທາງຍາວທັງໝົດມີ 2300 ກວ່າກິໂລແມັດ, ຄາດວ່າຈະໃຊ້ເວລາປະມານ 5 ວັນ.