ນັກກິລາຈີນຄອງແຊ໊ມການແຂ່ງຂັນດອກປີກໄກ່ອິນໂດເນເຊຍໂອເພັນປະເພດຍິງດ່ຽວແລະຄູ່ປະສົມຍິງ-ຊາຍ

2023-06-19 11:16:11 cri



   ວັນທີ 18 ມິຖຸນານີ້, ເປັນມື້ສຸດທ້າຍຂອງການແຂ່ງຂັນດອກປີກໄກ່ອິນໂດເນເຊຍໂອເພັນ2023, ທີມຊາດຈີນຊີງໄດ້ສອງຫຼຽນຄຳໃນປະເພດຍິງດ່ຽວແລະຄູ່ປະສົມຍິງ-ຊາຍ.

   ໃນການແຂ່ງຂັນຮອບຊິງຊະນະເລີດປະເພດຄູ່ປະສົມຍິງ-ຊາຍ, ທ້າວເຈີ້ງຊືເວີຍ ແລະນາງ ຫວງຢາສົງ ນັກກິລາດອກປີກໄກ່ທີມຊາດຈີນເອົາຊະນະທີມຊາດຍີ່ປຸ່ນຄື ທ້າວ ວາຕານາເບ ຢູຕາ ແລະນາງ ຮິກາຊີໂນ ອາຣີຊາ 2ຕໍ່0ເຊັດ ດ້ວຍຄະແນນ 21 ຕໍ່14  ແລະ21ຕໍ່11 ໂດຍທີມຊາດຈີນສາມາດຮັກສາແຊ໊ມ ລາຍການນີ້ໄດ້ຢ່າງສຳເລັດຜົນ.



   ສ່ວນແຂ່ງຂັນຮອບຊິງຊະນະເລີດປະເພດຍິງດ່ຽວ, ນາງ ເສີນຢວີເຟີຍ ນັກກິລາດອກປີກໄກ່ທີມຊາດຈີນ ເອົາຊະນະນາງ ຄາໂຣລີນາ ມາຣິນ ມາຕີນ  ນັກກິລາດອກປີກໄກ່ຊື່ດັງຂອງແອັສປາຍ 2ຕໍ່0ເຊັດ ດ້ວຍຄະແນນ 21 ຕໍ່18  ແລະ21ຕໍ່19. ໃນການແຂ່ງຂັນດອກປີກໄກ່ອິນໂດເນເຊຍໂອເພັນຄັ້ງນີ້, ນາງ ເສີນຢວີເຟີຍ ລົງແຂ່ງຂັນ 5 ຮອບ, ແຕ່ລະຮອບຊະນະຄູ່ແຂ່ງຂັນ2ຕໍ່ 0ເຊັດທັງໝົດ, ສາມາດຄອງແຊ໊ມທຳອິດໃນລະດູການແຂ່ງຂັນດອກປີກໄກ່ປີນີ້.