ຈີນທວງໃຫ້ອາເມຣິກາແລະອັງກິດຍຸດຕິການກະທຳທາງການທະຫານທີ່ຜິດກົດໝາຍຢູ່ຊີຣີ

2023-07-06 16:42:42 cri

   

   ວັນທີ5ກໍລະກົດນີ້,ຜູ້ຕາງໜ້າຖາວອນຈີນໄດ້ປະກອບຄວາມເຫັນກ່ຽວກັບບັນຫາຊີຣີໃນກອງປະຊຸມສະພາສິດທິມະນຸດອົງການສະຫະປະຊາຊາດຄັ້ງທີ53 ໂດຍກ່າວວ່າ: ສັນຕິພາບແລະຄວາມສະຫງົບເປັນສິ່ງຮັບປະກັນໃຫຍ່ກວ່າໝູ່ຂອງສິດທິມະນຸດ,ການຊຸກຍູ້ໃຫ້ແກ້ໄຂບັນຫາຊີຣີທາງການເມືອງແມ່ນທາງອອກພຽງຢ່າງດຽວ.


   ຜູ້ຕາງໜ້າຖາວອນຈີນກ່າວຕື່ມວ່າ:ຫຼັງຈາກ12ປີຊີຣີກັບຄືນສູ່ສັນນິບາດອາຣັບອີກຄັ້ງໜຶ່ງສະແດງໃຫ້ເຫັນຢ່າງເຕັມທີ່ວ່າ: ການຫຼຸດພົ້ນອອກຈາກການເປັນປໍລະປັກກັນລະຫວ່າງຝ່າຍ, ຜ່ອນຄາຍສະພາບການເຄັ່ງຕຶງ ແລະຮ່ວມກັນສະແຫວງຫາສັນຕິພາບແລະການພັດທະນາ ຈິ່ງເປັນຈຸດປະສົງທີ່ປະເທດໃນພາກພື້ນມຸ່ງມາດປາດຖະໜາ. ຄວາມເປັນຈິງຢັ້ງຢືນໃຫ້ເຫັນວ່າ: ການແຊກແຊງຈາກພາຍນອກ,ກໍ່ການເປັນປໍລະປັກກັນ ແລະໃຊ້ການລົງໂທດຈະບໍ່ສາມາດຊ່ວຍໃຫ້ແກ້ໄຂບັນຫາໄດ້. ປະຊາຄົມໂລກຄວນປະຕິບັດຕາມກະແສຂອງຍຸກສະໄໝ,ສະໜັບສະໜູນຊີຣີເປັນເຈົ້າຕົນເອງຊອກຄົ້ນຫາເສັ້ນທາງພັດທະນາທີ່ເໝາະສົມກັບສະພາບແຫ່ງຊາດຂອງຕົນ,ຕັດສິນອະນາຄົດແລະຊາຕາກຳເອົາເອງ.


   ຜູ້ຕາງໜ້າຖາວອນຈີນກ່າວຕື່ມອີກວ່າ:ຈີນທວງໃຫ້ອາເມຣິກາແລະອັງກິດຍຸດຕິການເຄື່ອນໄຫວທາງການທະຫານທີ່ຜິດກົດໝາຍຢູ່ຊີຣີ,ຍຸດຕິການລົງໂທດຊີຣີພຽງແຕ່ຝ່າຍດຽວ, ເຮັດໃຫ້ປະຊາຊົນຊີຣີມີສິດທິມະນຸດ,ຊັບສິນ,ອິດສະຫຼະແລະກຽດສັກສີທີ່ແທ້ຈິງ.