ລາຍຮັບຂອງ 1,6 ລ້ານຄອບຄົວຢູ່ແອັສປາຍບໍ່ສາມາດກຸ້ມຄ່າຄອງຊີບພື້ນຖານໄດ້

2023-07-07 16:02:57 cri


    ວັນທີ 6 ກໍລະກົດນີ້, ທະນາຄານກາງແອັສປາຍໄດ້ເປີດເຜີຍບົດລາຍງານສະບັບຫຼ້າສຸດກ່ຽວກັບສະພາບການເງິນຂອງຄອບຄົວ ແລະ ວິສາຫະກິດ. ອີງຕາມຕົວເລກຂອງບົດລາຍງານສະແດງໃຫ້ເຫັນວ່າ: ຍ້ອນໄພເງິນເຟີ້ສູງຂຶ້ນ ແລະ ອັດຕາດອກເບ້ຍເງິນກູ້ເພີ່ມຂຶ້ນ, ເຮັດໃຫ້ລາຍຮັບຂອງຄອບຄົວຢູ່ແອັສປາຍຫຼາຍກວ່າເກົ່າຍາກທີ່ຈະກຸ້ມຄ່າຄອງຊີບພື້ນຖານ.

    ບົດລາຍງານສະແດງໃຫ້ເຫັນຕື່ມວ່າ: ລາຍຮັບຂອງ 1,6 ລ້ານຄອບຄົວຢູ່ປະເທດແອັສປາຍບໍ່ສາມາດກຸ້ມຄ່າຄອງຊີບພື້ນຖານໄດ້, ອັດຕາສ່ວນກວມຄອບຄົວທັງໝົດຂອງແອັສປາຍຈາກ 7% ໃນກ່ອນໜ້ານີ້ເພີ່ມຂຶ້ນຮອດ 9%.