ອາເມຣິກາຢ່າຝັນຕະຫຼອດວ່າໄປມາຫາສູ່ກັນກັບຈີນໂດຍວາງຕົວຢູ່ໃນຖານະທີ່ມີກຳລັງຕົວຈິງເໜືອກວ່າປະເທດຈີນ

2023-07-07 14:30:16 cri

ອີງຕາມແຈ້ງການຂອງກະຊວງການເງິນຈີນໃຫ້ຮູ້ວ່າ: ທ່ານນາງເຈເນັດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາຈະເດີນທາງມາຢ້ຽມຢາມຈີນລະຫວ່າງວັນທີ 6 ຫາ 9 ກໍລະກົດນີ້. ນີ້ແມ່ນເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານໂຈ ໄບເດັນມາຢ້ຽມຢາມຈີນເປັນຄົນທີ 2 ພາຍຫຼັງການພົວພັນຈີນ-ອາເມຣິກາມີຄວາມເຄັ່ງຕຶງຮຸນແຮງຂຶ້ນຕື່ມໃນປີນີ້. ເມື່ອອາເມຣິກາໄດ້ຊູຊີມາເປັນໄລຍະຍາວນານ, ແຜນການຢ້ຽມຢາມຈີນຂອງທ່ານນາງເຈເນັດ ເຢເລນທີ່ໄດ້ເຜີຍແຜ່ຂ່າວຕັ້ງແຕ່ຕົ້ນປີນີ້ນັ້ນ ໃນທີ່ສຸດກໍສາມາດປາກົດຜົນເປັນຈິງແລ້ວ.

ແຕ່ພ້ອມກັນນັ້ນ, ເມື່ອບໍ່ດົນມານີ້, ກະຊວງການຕ່າງປະເທດອາເມຣິກາໄດ້ສະເໜີໃຫ້ນັກທ່ອງທ່ຽວອາເມຣິກາຄວນມີການພິຈາລະນາຢ່າງຮອບຄອບວ່າຈະເດີນທາງໄປແຜ່ນດິນໃຫຍ່ຈີນຫຼືບໍ່ ດ້ວຍຂໍ້ອ້າງທີ່ວ່າມີຄວາມສ່ຽງຈະຖືກ “ກັກຕົວແບບບໍ່ຖືກຕ້ອງ”. ຫຼັງຈາກນັ້ນບໍ່ຮອດ 24 ຊົ່ວໂມງ, ມີສື່ມວນຊົນອາເມຣິກາລາຍງານວ່າ: ອາເມຣິກາຈະຈຳກັດວິສາຫະກິດອາເມຣິກາທີ່ສະໜອງການບໍລິການ cloud computing ໃຫ້ແກ່ວິສາຫະກິດຈີນ ເພື່ອປັບປຸງນະໂຍບາຍຈຳກັດອຸດສາຫະກຳເຄິ່ງຕົວນຳຂອງຈີນໃຫ້ສົມບູນຂຶ້ນ. ສາມາດເຫັນໄດ້ຢ່າງຈະແຈ້ງວ່າ: ການເຄື່ອນໄຫວດັ່ງກ່າວຂອງອາເມຣິກາ ຈະທຳລາຍການພົວພັນຈີນ-ອາເມຣິກາຢ່າງຮ້າຍແຮງ ແລະ ຈະຫຼຸດຄວາມເຊື່ອໝັ້ນຂອງຈີນທີ່ມີຕໍ່ອາເມຣິກາຕື່ມອີກ.

ໃນຖານະເປັນ 2 ປະເທດໃຫຍ່ທີ່ມີການພົວພັນທີ່ແໜ້ນແຟ້ນເປັນໄລຍະຍາວນານໃນຂົງເຂດການເມືອງ, ເສດຖະກິດ ແລະອື່ນໆ, ຈີນ ແລະ ອາເມຣິກາຍຶ່ມຈະມີການຮ່ວມມືຫຼາຍກວ່າຂໍ້ຂັດແຍ້ງ. ແຕ່ອາເມຣິກາຄືຊິໄດ້ສ້າງຄວາມຊິນເຄີຍແລ້ວຄື: ກ່ອນຈີນ ແລະ ອາເມຣິກາຈັດການພົບປະທີ່ສຳຄັນ, ອາເມຣິກາມັກຄິດຫາທຸກວິທີເພື່ອສ້າງເບ້ຍຕໍ່ລອງໃຫ້ຕົນໃນການເຈລະຈາ. ແຕ່ກ່ອນໜ້ານີ້ບໍ່ດົນ, ທ່ານອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາຫາກໍໄດ້ກ່າວວ່າ: ການຕັດສາຍພົວພັນທາງເສດຖະກິດກັບຈີນບໍ່ສອດຄ່ອງກັບຜົນປະໂຫຍດຂອງອາເມຣິກາ; ເມື່ອບໍ່ດົນມານີ້, ໃນເວລາພົບປະກັບຜູ້ແທນຂອງອາເມຣິກາ, ທ່ານຫວາງຢີ້ ຫົວໜ້າຫ້ອງການຄະນະກຳມາທິການວຽກງານການຕ່າງປະເທດສູນກາງຈີນກໍໄດ້ເນັ້ນໜັກວ່າ: ພື້ນຖານຂອງການພົວພັນຈີນ-ອາເມຣິກາແມ່ນຢູ່ນຳປະຊາຊົນ. ແຕ່ອາເມຣິກາບໍ່ເອົາຫົວຊານຳສະພາບລວມຂອງການພົວພັນຈີນ-ອາເມຣິກາ, ຍັງເຮັດຕາມລຳພັງໃຈຄືເກົ່າ ແລະໃນເຫດການທີ່ທ່ານນາງເຈເນັດ ເຢເລນຢ້ຽມຢາມຈີນນັ້ນ, ອາເມຣິກາຍັງຫວັງຢາກສົນທະນາກັບຈີນໂດຍວາງຕົວຢູ່ໃນຖານະທີ່ມີກຳລັງຕົວຈິງເໜືອກວ່າປະເທດຈີນຄືເກົ່າ.

ເວົ້າສຳລັບການກະທຳຂອງນັກການເມືອງອາເມຣິກາທີ່ຢາກຢ່າງໃຈຢ່າງນັ້ນ, ຈີນບໍ່ມີຄວາມແປກໃຈແຕ່ຢ່າງໃດແລ້ວ. ເມື່ອປະເຊີນໜ້າກັບການລົງໂທດ ແລະ ການກົດດັນຂອງອາເມຣິກາ, ຈີນກໍໄດ້ປ່ຽນຈາກຝ່າຍຮັບມາເປັນຝ່າຍກະທຳ, ປະຕິບັດມາດຕະການທີ່ສົມຄູ່ກັນ. ກ່ອນທ່ານນາງເຈເນັດ ເຢເລນເດີນທາງມາຢ້ຽມຢາມຈີນ, ຈີນໄດ້ປະກາດວ່າ: ກົດໝາຍວ່າດ້ວຍການພົວພັນຕ່າງປະເທດເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ກໍລະກົດນີ້ເປັນຕົ້ນໄປ, ກົດໝາຍດັ່ງກ່າວສາມາດຖືເປັນການຕອບໂຕ້ຢ່າງແຂງແຮງຕໍ່ການຍື່ນມືເຂົ້າມາກ້າວກ່າຍຂອງອາເມຣິກາ; ພ້ອມກັນນັ້ນ, ກົດໝາຍວ່າດ້ວຍການຕ້ານຈາລະກຳສະບັບປັບປຸງຂອງຈີນໄດ້ເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ກໍລະກົດນີ້ເປັນຕົ້ນໄປ, ການປະຕິບັດກົດໝາຍສະບັບດັ່ງກ່າວຈະໄດ້ໂຈມຕີການເຄື່ອນໄຫວເກັບກຳຂ່າວລັບແບບບໍ່ຖືກຕ້ອງຂອງອາເມຣິກາຕື່ມອີກ; ນອກນີ້, ພາກສ່ວນທີ່ກ່ຽວຂ້ອງຂອງຈີນໄດ້ປະກາດຈະດຳເນີນການຄວບຄຸມການສົ່ງອອກທາດກາລຶມ ແລະ ທາດເຢລະມານິດນັບແຕ່ວັນທີ 1 ສິງຫາປີນີ້ເປັນຕົ້ນໄປ ເຊິ່ງຈະມີຜົນສະທ້ອນຕໍ່ເຄິ່ງຕົວນຳລຸ້ນທີ 3 ຂອງທົ່ວໂລກ. ສະນັ້ນ, ຜົນການເຈລະຈາລະຫວ່າງສອງຝ່າຍຈະເປັນແນວໃດ ແມ່ນຂຶ້ນກັບຄວາມຈິງໃຈຂອງອາເມຣິກາ.

ປັດຈຸບັນ, ຍອດມູນຄ່າໜີ້ສິນຂອງອາເມຣິກາໄດ້ລື່ນກາຍ 32.000 ຕື້ໂດລາສະຫະລັດຢ່າງເປັນທາງການ, ອາເມຣິກາກຳລັງປະເຊີນໜ້າກັບຄວາມກົດດັນດ້ານການເງິນຢ່າງໃຫຍ່ຫຼວງ. ການລົງເລິກການຮ່ວມມືກັບຕະຫຼາດຈີນ ແລະ ຜ່ອນຄາຍວິກິດການດ້ານໜີ້ສິນຂອງອາເມຣິກາເອງ ແມ່ນໜຶ່ງໃນເປົ້າໝາຍຕົ້ນຕໍຂອງທ່ານນາງເຈເນັດ ເຢເລນໃນການຢ້ຽມຢາມຈີນໃນຄັ້ງນີ້. ຈີນຍຶດຖືການເປີດປະຕູສູ່ພາຍນອກຢ່າງສະເໝີຕົ້ນສະເໝີປາຍ ແລະ ກໍໄດ້ເປີດປະຕູສູ່ການສົນທະນາ ແລະ ແລກປ່ຽນກັບອາເມຣິກາເຊັ່ນກັນ. ຖ້າອາເມຣິກາຢາກສະແຫວງຫາການຮ່ວມມືກັບຈີນຢ່າງແທ້ຈິງເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ຕ້ອງມີຄວາມຈິງໃຈຢ່າງເອົາຈິງເອົາຈັງ, ເດີນຕາມທິດທາງອັນດຽວກັນກັບຈີນ, ຊຸກຍູ້ໃຫ້ການພົວພັນຈີນ-ອາເມຣິກາໃຫ້ກັບຄືນສູ່ວົງໂຄຈອນປົກກະຕິດ້ວຍການກະທຳຕົວຈິງ, ຫາກບໍ່ແມ່ນຝັນຕະຫຼອດວ່າໄປມາຫາສູ່ກັນກັບຈີນໂດຍວາງຕົວຢູ່ໃນຖານະທີ່ມີກຳລັງຕົວຈິງເໜືອກວ່າປະເທດຈີນ.