ທະຫານອາເມຣິກາປະຈຳຢູ່ຍີ່ປຸ່ນຍອມຮັບວ່າໄດ້ປ່ອຍສານພິດ ເຮັດໃຫ້ນ້ຳໃຕ້ດິນຢູ່17ເຂດຂອງໂຕກຽວເສື່ອມພິດ

2023-07-07 15:23:29 cri


   ວັນທີ6ກໍລະກົດນີ້,ອົງການປົກຄອງນະຄອນຫຼວງໂຕກຽວປະເທດຍີ່ປຸ່ນເປີດເຜີຍໃຫ້ຮູ້ວ່າ: ໂດຍປິ່ນອ້ອມເລື່ອງທີ່ທະຫານອາເມຣິກາປະຈຳຢູ່ຍີ່ປຸ່ນຍອມຮັບວ່າໄດ້ປ່ອຍສານຟຣຸຍອໍ, ອົງການປົກຄອງນະຄອນຫຼວງໂຕກຽວໄດ້ຮຽກຮ້ອງໃຫ້ລັດຖະບານຍີ່ປຸ່ນດຳເນີນການສຳຫຼວດ.ນັບມາຮອດທ້າຍເດືອນມິຖຸນາຜ່ານມາ,ຢູ່ໃນນ້ຳໃຕ້ດິນຂອງ17ເຂດຢູ່ໂຕກຽວໄດ້ກວດກາພົບສານເຄມີທີ່ມີທາດຟຣຸຍອໍອິນຊີລື່ນກາຍມາດຕະຖານ.


   ກ່ອນໜ້ານີ້ມີຫຼາຍເທື່ອແລ້ວທີ່ຖານທັບອາເມຣິກາປະຈຳຢູ່ຍີ່ປຸ່ນຖືກເປີດເຜີຍວ່າໄດ້ປ່ອຍສານພິດຢູ່ແຫ່ງຕ່າງໆເຊັ່ນ:ໂອກິນະວະເປັນຕົ້ນ,ຖືກສົງໄສໄດ້ເຮັດໃຫ້ດິນແລະນ້ຳໃຕ້ດິນເສື່ອມພິດ. ແຕ່ຍ້ອນວ່າ ຍີ່ປຸ່ນໄດ້ກ່າວວ່າບໍ່ມີສິດເຂົ້າໄປສຳຫຼວດຢູ່ຖານທັບອາເມຣິກາປະຈຳຢູ່ຍີ່ປຸ່ນ, ປະຊາຊົນທີ່ດຳລົງຊີວິດຢູ່ອ້ອມຮອບເຂດຖືກເສື່ອມພິດຈິ່ງຈຳເປັນຕ້ອງໄດ້ອົດທົນ.