ຈີນຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງຈົ່ງຟື້ນຟູປະຕິບັດສັນຍານິວເຄລຍອີຣານໂດຍໄວ

2023-07-07 11:08:26 CRI

    ວັນທີ 6 ກໍລະກົດນີ້, ທ່ານເກີງສວງ ຮອງຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ກ່າວຄຳປາໄສໃນກອງປະຊຸມເປີດເຜີຍຕໍ່ບັນຫານິວເຄລຍອີຣານຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດທີ່ນິວຢອກປະເທດອາເມຣິກາ ໂດຍຮຽກຮ້ອງໃຫ້ອາເມຣິກາ ແລະ ຝ່າຍຕ່າງໆທີ່ກ່ຽວຂ້ອງຊຸກຍູ້ສັນຍາຮອບດ້ານກ່ຽວກັບບັນຫານິວເຄລຍອີຣານກັບຄືນສູ່ເສັ້ນທາງປົກກະຕິໂດຍໄວ.



     ທ່ານເກີງສວງກ່າວວ່າ: ສັນຍາຮອບດ້ານບັນຫານິວເຄລຍອີຣານແມ່ນເສົາຄ້ຳສຳຄັນທີ່ຮັກສາລະບົບບໍ່ແຜ່ຂະຫຍາຍນິວເຄລຍສາກົນ ແລະ ສັນຕິພາບ ສະຖຽນລະພາບຂອງຕາເວັນອອກກາງ. ລັດຖະບານຊຸດຜ່ານມາຂອງອາເມຣິກາໄດ້ຖອນອອກຈາກສັນຍາພຽງແຕ່ຝ່າຍດຽວ, ໃຊ້ຄວາມກົດດັນຮີດຕໍ່ອີຣານຢ່າງສຸດຂີດ, ເຮັດໃຫ້ເກີດວິກິດການນິວເຄລຍອີຣານ. ຈີນຮຽກຮ້ອງໃຫ້ຝ່າຍຕ່າງໆຈົ່ງສະແດງໃຫ້ເຫັນສະຕິປັນຍາທາງການເມືອງ, ລົບລ້າງສິ່ງກີດຂວາງທີ່ເປັນຂໍ້ກະແຈ ແລະ ມີຄວາມຮັບຮູ້ທີ່ເປັນເອກະພາບກັນໂດຍໄວເພື່ອຟື້ນຟູໃຫ້ສັນຍາຖືກປະຕິບັດຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.


     ທ່ານເກີງສວງກ່າວຕື່ມວ່າ: ຈີນຍິນດີພ້ອມກັບຝ່າຍຕ່າງໆປະຕິບັດຕາມລັດທິຫຼາຍຝ່າຍຢ່າງແທ້ຈິງ, ຈັດຕັ້ງປະຕິບັດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ເດີນຕາມເສັ້ນທາງທີ່ມີຄວາມໝັ້ນຄົງຮ່ວມກັນ, ພ້ອມກັນກໍ່ສ້າງໂຄງລ່າງໃໝ່ດ້ານຄວາມໝັ້ນຄົງຂອງຕາເວັນອອກກາງ ເພື່ອບັນລຸໃຫ້ຕາເວັນອອກກາງມີຄວາມສະຫງົບເປັນເວລາຍາວນານ.