ໂຮງຜະລິດໄຟຟ້າດ້ວຍຂີ້ເຫຍື້ອໃຫຍ່ທີ່ສຸດຢູ່ໃນໂລກຂອງສະຫະລັດອາຣັບເອມີເຣດເລີ່ມເປີດບໍລິການແລ້ວ

2023-07-07 15:47:13 cri

    


    ຫວ່າງມໍ່ໆມານີ້, ໂຄງການໄລຍະທີ 1 ຂອງສູນຄວບຄຸມຂີ້ເຫຍື້ອດູໄບ ເຊິ່ງເປັນໂຮງຜະລິດໄຟຟ້າດ້ວຍຂີ້ເຫຍື້ອໃຫຍ່ທີ່ສຸດຢູ່ໃນໂລກໄດ້ເລີ່ມເປີດບໍລິການ, ແຕ່ລະມື້ສາມາດກຳຈັດຂີ້ເຫຍື້ອທີ່ເປັນກ້ອນໄດ້ປະມານ 2.300 ໂຕນ. ສູນຄວບຄຸມຂີ້ເຫຍື້ອດູໄບມີເນື້ອທີ່ທັງໝົດ 4 ແສນຕາແມັດ, ໂຄງການທັງໝົດຈະສຳເລັດໃນປີ 2024, ຄາດວ່າຫຼັງຈາກສຳເລັດການກໍ່ສ້າງແລ້ວ, ສູນດັ່ງກ່າວຈະສາມາດຈຳກັດຂີ້ເຫຍື້ອທີ່ເປັນກ້ອນໄດ້ 2 ລ້ານໂຕນຕໍ່ປີ, ຍອດປະລິມານການຜະລິດໄຟຟ້າຕໍ່ປີຈະບັນລຸເຖິງ 220.000 ກິໂລວັດໂມງ.