ຕູຣາເຄຍຍັງບໍ່ເຫັນດີໃຫ້ຊູແອັດເຂົ້າເປັນປະເທດສະມາຊິກກຸ່ມນາໂຕເທື່ອ

2023-07-07 15:51:29 cri

 

    ວັນທີ 6 ກໍລະກົດນີ້, ຕູຣາເຄຍ, ຊູແອັດ ແລະ ກຸ່ມນາໂຕໄດ້ຈັດກອງປະຊຸມເຈລະຈາ 3 ຝ່າຍຢູ່ນະຄອນຫຼວງບຸກແຊນປະເທດແບນຊິກ, ຕູຣາເຄຍຍັງບໍ່ເຫັນດີໃຫ້ຊູແອັດເຂົ້າເປັນສະມາຊິກກຸ່ມນາໂຕເທື່ອ.

    ທ່ານຮາກັນ ຟີດັນ ລັດຖະມົນຕີກະຊວງການຕ່າງປະເທດຕູຣາເຄຍກ່າວວ່າ: ຫວັງວ່າປະເທດທີ່ເຂົ້າຮ່ວມກຸ່ມນາໂຕຕ້ອງມີຫຼັກໝັ້ນທີ່ເດັດດ່ຽວໜຽວແໜ້ນກວ່າເກົ່າຕໍ່ບັນຫາການຕ້ານການກໍ່ການຮ້າຍ. ຊູແອັດໄດ້ມີມາດຕະການປະຕິຮູບດ້ານນິຕິກຳ, ແຕ່ການປະຕິຮູບດ້ານນິຕິກຳຕ້ອງໄດ້ຮັບການຈັດຕັ້ງປະຕິບັດຕົວຈິງກ່ອນ. ອີກຢ່າງໜຶ່ງ, ຊູແອັດບໍ່ໄດ້ສະກັດກັ້ນການກະທຳທ້າທາຍເກາະຜິດຈຳນວນໜຶ່ງທີ່ມີຜົນກະທົບຕໍ່ຕູຣາເຄຍ.

    ອີງຕາມຂັ້ນຕອນທີ່ກ່ຽວຂ້ອງ, ປະເທດສະມາຊິກກຸ່ມນາໂຕທັງໝົດເຫັນດີເປັນເອກະພາບກັນແລ້ວ ຈຶ່ງສາມາດຮັບເອົາປະເທດສະມາຊິກໃໝ່. ນັບມາຮອດປັດຈຸບັນ, ຕູຣາເຄຍ ແລະ ຮົງກາຣີຍັງບໍ່ທັນອະນຸມັດໃຫ້ຊູແອັດເຂົ້າເປັນປະເທດສະມາຊິກຢ່າງເປັນທາງການເທື່ອ.