ເລຂາທິການໃຫຍ່ອົງການສປຊຫວັງວ່າ: ສັນຍາສົ່ງອອກຜະລິດຕະພັນກະສິກຳຈາກທ່າເຮືອທະເລດຳຈະສືບຕໍ່ໄດ້ຮັບການປະຕິບັດ

2023-07-08 14:58:12 cri

 

ວັນທີ 7 ກໍລະກົດນີ້, ທ່ານຟາຮັນ ຮັກ ຮອງໂຄສົກຂອງທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ອອກຖະແຫຼງການວ່າ: ທ່ານກູເຕີເຣັສຫວັງວ່າ: ສັນຍາວ່າດ້ວຍການສົ່ງອອກຜະລິດຕະພັນກະສິກຳຈາກທ່າເຮືອທະເລດຳຈະສືບຕໍ່ໄດ້ຮັບການປະຕິບັດ.

 

ຖະແຫຼງການດັ່ງກ່າວໄດ້ລະບຸວ່າ: ທ່ານກູເຕີເຣັສຊີ້ໃຫ້ເຫັນວ່າ: ການສົ່ງອອກສະບຽງອາຫານ ແລະປຸ໋ຍຈາກຣັດເຊຍ ແລະອູແກຣນມີບົດບາດທີ່ຂາດເຂີນບໍ່ໄດ້ຕໍ່ຄວາມປອດໄພດ້ານອາຫານຂອງໂລກ, ທ່ານໄດ້ກ່າວຢ້ຳຄວາມສຳຄັນຂອງການສືບຕໍ່ປະຕິບັດສັນຍາອິສຕັນບູນຢ່າງຄົບຖ້ວນທີ່ໄດ້ເຊັນກັນໃນເດືອນກໍລະກົດປີ 2022, ເພື່ອຮັບປະກັນໃຫ້ສະບຽງອາການ ແລະປຸ໋ຍຂອງຣັດເຊຍ ແລະອູແກຣນສາມາດເຂົ້າສູ່ຕະຫຼາດໂລກຢ່າງສະດວກ, ມີປະສິດທິພາບສູງ ແລະຂະໜາດໃຫຍ່. ທ່ານກູເຕີເຣັສຫວັງວ່າ: ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງຖືເອົາຄວາມປອດໄພດ້ານອາຫານຂອງໂລກເປັນສິ່ງທີ່ສຳຄັນທີ່ສຸດ.