ຈີນຮຽກຮ້ອງໃຫ້ຍີ່ປຸ່ນຢ່າຖືເອົາບົດລາຍງານຂອງIAEAເປັນໃບອະນຸຍາດໃຫ້ປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

2023-07-08 16:10:07 cri

 

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ທ່ານຣະເຟວ ມະຣີອາໂນ ໂກຣຊີ ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ ຫຼືIAEAໄດ້ຍອມຮັບວ່າ: ຜູ້ຊ່ຽວຊານສາກົນທີ່ໄດ້ເຂົ້າຮ່ວມວຽກງານກວດກາ ແລະປະເມີນຜົນການປ່ອຍນ້ຳປົນເປື້ອນລັງສີນິວເຄຼຍຂອງເກາະຟູຄູຊີມະຍີ່ປຸ່ນມີຂໍ້ຂັດແຍ້ງຕໍ່ບົດລາຍງານການປະເມີນສັງລວມ. ຂະນະດຽວກັນ, ຜູ້ຊ່ຽວຊານຈີນທີ່ໄດ້ເຂົ້າຮ່ວມວຽກງານກວດກາໄດ້ສະແດງຄວາມເສຍໃຈຕໍ່ບົດລາຍງານການປະເມີນສັງລວມຂອງIAEAເມື່ອບໍ່ດົນມານີ້.

 

ວັນທີ 7 ກໍລະກົດນີ້, ທ່ານຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ສະພາບການເຫຼົ່ານີ້ສະແດງໃຫ້ເຫັນອີກເທື່ອໜຶ່ງວ່າ: IAEAເລັ່ງລັດອອກບົດລາຍງານ, ບໍ່ໄດ້ສະແດງໃຫ້ເຫັນຄວາມເຫັນຂອງຜູ້ຊ່ຽວຊານທັງໝົດທີ່ໄດ້ເຂົ້າຮ່ວມວຽກງານປະເມີນຜົນຢ່າງເຕັມທີ່, ຂໍ້ສະຫຼຸບທີ່ກ່ຽວຂ້ອງມີຄວາມຈຳກັດ ແລະບໍ່ສົມບູນ, ບໍ່ໄດ້ແກ້ໄຂຄວາມສົນໃຈຂອງປະຊາຄົມໂລກທີ່ມີຕໍ່ແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄຼຍຂອງເກາະຟູຄູຊີມະຍີ່ປຸ່ນລົງສູ່ທະເລ. ຜູ້ອຳນວຍການໃຫຍ່IAEAກ່າວວ່າ: IAEAບໍ່ຮັບຜິດຊອບຕໍ່ການປ່ອຍນ້ຳປົນເປື້ອນລັງສີນິວເຄຼຍລົງສູ່ທະເລຂອງປະເທດໃດໆ, ຈີນຮຽກຮ້ອງໃຫ້ຍີ່ປຸ່ນຢ່າຖືເອົາບົດລາຍງານຂອງIAEAເປັນໃບອະນຸຍາດຂອງການປ່ອຍນ້ຳປົນເປື້ອນລັງສີນິວເຄຼຍລົງສູ່ທະເລ, ຍຸດຕິແຜນການຊຸກຍູ້ການປ່ອຍນ້ຳປົນເປື້ອນລັງສີນິຍເຄຼຍລົງສູ່ທະເລ ແລະແກ້ໄຂບັນຫານ້ຳປົນເປື້ອນລັງສີນິວເຄຼຍດ້ວຍວິທີທີ່ຮັບຜິດຊອບ.