ອົງການສະຫະປະຊາຊາດຕິຕຽນອາເມຣິກາທີ່ສະໜອງລະເບີດລູກຫວ່ານໃຫ້ອູແກຣນ

2023-07-09 11:24:58 CRI


    ວັນທີ 7 ກໍລະກົດນີ້, ລັດຖະບານອາເມຣິກາປະກາດຈະສະໜອງການສະໜັບສະໜູນທາງການທະຫານນອກແຜນການທີ່ມີມູນຄ່າ 800 ລ້ານໂດລາໃຫ້ແກ່ອູແກຣນ, ໃນນັ້ນ ລວມທັງລະເບີດລູກຫວ່ານແບບລ້າງຜານຂະໜາດໃຫຍ່ທີ່ຖືກກຳນົດເປັນປະເພດຫ້າມໃຊຕາມກົດໝາຍອາເມຣິການັ້ນເປັນຄັ້ງທຳອິດ. ຂໍ້ຕົກລົງດັ່ງກ່າວເຮັດໃຫ້ອົງການສະຫະປະຊາຊາດ, ຣັດເຊຍ ແລະ ຝ່າຍຕ່າງໆຄັດຄ້ານ ແລະ ຕິຕຽນ.



    ທ່ານອັນໂຕນີໂອ ກູເຕີເຣັດ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ຜ່ານໂຄສົກຂອງຕົນສະແດງຄວາມຄັດຄ້ານຕໍ່ອາເມຣິກາທີ່ຕົກລົງສະໜອງລະເບີດລູກຫວ່ານໃຫ້ແກ່ອູແກຣນ, ພ້ອມທັງຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຈົ່ງເຄົາລົບຂໍ້ກຳນົດທີ່ກ່ຽວຂ້ອງໃນ “ສົນທິສັນຍາວ່າດ້ວຍລະເບີດລູກຫວ່ານ”, ຫຼີກເວັ້ນບໍ່ໃຊ້ລະເບີດລູກຫວ່ານຢູ່ອູແກຣນ.


 

    ນອກນີ້, ທ່ານອານາໂຕລີ ອັນໂຕໂນຟ ເອກອັກຄະລັດຖະທູດຣັດເຊຍປະຈຳອາເມຣິກາກ່າວໃນວັນທີ 8 ກໍລະກົດນີ້ວ່າ: ລະດັບການທ້າທາຍເກາະຜິດຂອງອາເມຣິກາໄດ້ “ເກີນລະດັບສຸດຂີດ”ແລ້ວ,ຈະເຮັດໃຫ້ມວນມະນຸດໃກ້ກັບສົງຄາມໂລກຄັ້ງໃໝ່ຫຼາຍກວ່າເກົ່າ.