ຖານະທີ່ເປັນອົງປະກອບຫຼັກຂອງໂຄງກະກອບການຄ້າຫຼາຍຝ່າຍບໍ່ໄດ້ມີການປ່ຽນແປງ

2023-07-09 14:15:48 cri

ໃນເວທີເປິກສາຫາລືເສດຖະກິດການເງິນທົ່ວໂລກ 2023 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້, ທ່ານຈ່າງຊ້ຽງເຊີນ ຮອງຜູ້ອຳນວຍການໃຫຍ່ອົງການການຄ້າໂລກກ່າວວ່າ: ປັດຈຸບັນ, ການຜະລິດ ແລະ ການຄ້າທົ່ວໂລກກຳລັງກັບຄືນສູ່ຄວາມເປັນປົກກະຕິເທື່ອລະກ້າວ.

ຖານະທີ່ເປັນອົງປະກອບຫຼັກຂອງໂຄງປະກອບການຄ້າຫຼາຍຝ່າຍໃນທົ່ວໂລກບໍ່ໄດ້ມີການປ່ຽນແປງ ແລະ ສະແດງໃຫ້ເຫັນເຖິງຄວາມບໍ່ສາມາດປ່ຽນແທນໄດ້ຢ່າງແຂງແຮງ.

ທ່ານຈ່າງຊ້ຽງເຊີນກ່າວວ່າ: ອົງການການຄ້າໂລກຄາດຄະເນວ່າ: ໃນປີ 2023, ປະລິມານການຄ້າສິນຄ້າປະເພດຈັບຕ້ອງໄດ້ໃນທົ່ວໂລກຈະເພີ່ມຂຶ້ນ 1,7% ແລະ ໃນປີ 2024 ຈະເພີ່ມຂຶ້ນ 3,2%. ປັດໄຈຕົ້ນຕໍທີ່ມີຜົນກະທົບຕໍ່ການຄ້າໃນໄລຍະຕໍ່ໜ້າລວມມີການເມືອງພາກພື້ນ, ວິກິດການດ້ານສະບຽງອາຫານ, ໄພເງິນຝືດ, ຄວາມປັ່ນປ່ວນດ້ານການເງິນ, ຄວາມສ່ຽງດ້ານໜີ້ສິນ ແລະ ອື່ນໆ.

ທ່ານຈ່າງຊ້ຽງເຊີນເນັ້ນໜັກວ່າ: ຖ້າບໍ່ເກີດເຫດການຮຸນແຮງຂະໜາດໃຫຍ່ອີກ, ການຄ້າທົ່ວໂລກອາດຈະປາກົດມີທ່ວງທ່າການເຕີບໂຕຢ່າງໝັ້ນທ່ຽງ.