ລັດຖະບານໂຮນລັງລາອອກຈາກຕຳແໜ່ງລວມໝູ່

2023-07-09 11:18:02 CRI

    ວັນທີ 8 ກໍລະກົດນີ້, ສື່ມວນຊົນໂຮນລັງລາຍງານວ່າ: ມື້ດຽວກັນ, ທ່ານມາກ ລຸຍເຕີ ນາຍົກລັດຖະມົນຕີໂຮນລັງ ກັບ ສົມເດັດວິລຽມ ອາເລັກຊານເດີເຈົ້າຊີວິດໂຮນລັງໄດ້ຈັດການພົບປະກັນ ເພື່ອແຈ້ງໃຫ້ຮູ້ຂ່າວກ່ຽວກັບຄະນະລັດຖະບານລົ້ມລະລາຍ. ຍ້ອນວ່າພາຍໃນສະຫະພັນກຳອຳນາດມີຂໍ້ຂັດແຍ້ງກັນຕໍ່ນະໂຍຍາຍກ່ຽວກັບການຮັບເອົາຊາວຍົກຍ້າຍ, ທ່ານມາກ ລຸຍເດໄດ້ປະກາດໃນຕອນເຊົ້າວັນທີ 7 ກໍລະກົດນີ້ວ່າ: ທ່ານ ແລະ ລັດຖະບານປະສົມທີ່ນຳພາໂດຍທ່ານຈະລາອອກຈາກຕຳແໜ່ງລວມໝູ່.


 

    ລັດຖະບານໂຮນລັງຊຸດນີ້ໄດ້ສາບານຕົວຂຶ້ນຮັບຕຳແໜ່ງໃນເດືອນມັງກອນປີ2022, ນີ້ິແມ່ນທ່ານມາກ ລຸຍເຕີຈັດຕັ້ງລັດຖະບານເປັນເທື່ອທີ 4 ນັບແຕ່ທ່ານດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີໂຮນລັງເມື່ອປີ 2010 ເປັນຕົ້ນມາ.