ການສຳຫຼວດປະຊາມະຕິທົ່ວໂລກສະແດງໃຫ້ເຫັນວ່າ:ແຜນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນເຮັດໃຫ້ຫາງສຽງສາກົນກັງວົນແລະກ່າວປະນາມ

2023-07-09 11:29:28 CRI

    ແຜນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນກຳລັງເຮັດໃຫ້ປະຊາຄົມໂລກຄັດຄ້ານໂດຍທົ່ວໄປ ແລະ ກ່າວປະນາມຢ່າງຮຸນແຮງ. ໂທລະພາບສາກົນແຫ່ງປະເທດຈີນ ຫຼື CGTN ທີ່ຂຶ້ນກັບວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດການສຳຫຼວດປະຊາມະຕິທົ່ວໂລກຜ່ານທາງອິນເຕີເນັດສອງເທື່ອພາຍໃນເວລາ 3 ເດືອນ ໂດຍໄດ້ຮັບຜົນສະແດງໃຫ້ເຫັນວ່າ: ຜູ້ໃຫ້ສຳພາດ 94,85% ກ່າວປະນາມຢ່າງຮຸນແຮງຕໍ່ການກະທຳຂອງຍີ່ປຸ່ນທີ່ບໍ່ເອົາຫົວຊານຳຄວາມກັງວົນ ແລະ ການຄັດຄ້ານຂອງປະຊາຄົມໂລກ ແລະ ເຫັນວ່າສິ່ງນີ້ບໍ່ມີຄວາມຮັບຜິດຊອບທີ່ສຸດ, ຈຳນວນຜູ້ໃຫ້ສຳພາດທີ່ມີຄວາມເຫັນຄືກັນໄດ້ເພີ່ມສູງຂຶ້ນ 3,64% ພາຍໃນເວລາ 3 ເດືອນທີ່ຜ່ານມາ.



     ຜົນການສຳຫຼວດປະຊາມະຕິຍັງສະແດງໃຫ້ເຫັນວ່າ: ຜູ້ໃຫ້ສຳພາດ 91,4% ເປັນຫ່ວງຫຼາຍວ່ານ້ຳປົນເປື້ອນລັງສີນິວເຄລຍຍີ່ປຸ່ນລະບາຍລົງສູ່ທະເລຈະທຳລາຍສິ່ງແວດລ້ອມທາງທະເລ ແລະ ສຸຂະພາບຂອງມະນຸດຢ່າງຮ້າຍແຮງ. ຜູ້ໃຫ້ສຳພາດຈຳນວນ 90,58% ສົງໄສຢ່າງສູງຕໍ່ຄວາມເວົ້າຂອງລັດຖະບານຍີ່ປຸ່ນ ແລະ ບໍລິສັດພະລັງງານໄຟຟ້າໂຕກຽວກ່ຽວກັບການ “ຫັນນ້ຳປົນເປືອນລັງສີນິວເຄລຍໃຫ້ປອດຜົນຮ້າຍ”. ຍັງມີຜູ້ໃຫ້ສຳພາດທົ່ວໂລກສູງເຖິງ 89,69% ເຫັນວ່າ,ການແກ້ໄຂນ້ຳປົນເປື້ອນລັງສີນິວເຄລຍແມ່ນເລື່ອງສ່ວນຕົວຂອງຍີ່ປຸ່ນ, ສິ່ງນີ້ຈະຜົນກະທົບຕໍ່ປະເທດໃກ້ຄຽງ ຕະຫຼອດຮອດປະເທດອ້ອມມະຫາສະໝຸດປາຊິຟິກ,ສຸດທ້າຍຈະສ້າງຜົນຮ້າຍຕໍ່ທົ່ວໂລກ.