ເສດຖະກິດອາເມຣິກາມີຄວາມອາດເປັນໄປໄດ້ທີ່ຈະຊຸດໂຊມລົງ

2023-07-10 10:29:43 cri

ວັນທີ 9 ກໍລະກົດນີ້, ທ່ານນາງເຈເນັດ ເຢເລນໃຫ້ສຳພາດຕໍ່ບໍລິສັດກະຈາຍສຽງໂກລົມບີ ຫຼື CBS ຂອງອາເມຣິກາວ່າ: ບໍ່ປະຕິເສດຄວາມອາດເປັນໄປໄດ້ທີ່ເສດຖະກິດອາເມຣິກາຈະຊຸດໂຊມລົງພາຍຫຼັງການເຕີບໂຕດ້ານການປະກອບອາຊີບໃນຕະຫຼາດແຮງງານໄດ້ ຊ້າລົງ, ແຕ່ຈັງຫວະການເຕີບໂຕຂອງເສດຖະກິດຊ້າລົງເປັນເລື່ອງປົກກະຕິ.

ທ່ານນາງເຈເນັດ ເຢເລນກ່າວວ່າ: ພາຍຫຼັງການແພ່ລະບາດຂອງພະຍາດໂຄວິດ-19, ພາຍໃຕ້ການຊຸກຍູ້ຂອງນະໂນບາຍ, ຈັງຫວະການເຕີບໂຕຂອງເສດຖະກິດອາເມຣິກາໄດ້ກັບຄືນສູ່ລະດັບປົກກະຕິ, ຈັງຫວະການເຕີບໂຕຂອງເສດຖະກິດຊ້າລົງເປັນເລື່ອງທີ່ສົມເຫດສົມຜົນ. ທ່ານນາງເຈເນັດ ເຢເລນເຫັນວ່າ: ເຖິງວ່າການປະກອບອາຊີບໃນຕະຫຼາດແຮງງານສຳລັບເດືອນມິຖຸນາໄດ້ຊ້າລົງກໍຕາມ, ແຕ່ຕ້ອງໄດ້ເຫັນວ່າຕະຫຼາດແຮງງານໃນປັດຈຸບັນຍັງຢູ່ໃນສະພາບທີ່ດີ. ທ່ານນາງເຈເນັດ ເຢເລນກ່າວຕື່ມວ່າ: ເຖິງວ່າອັດຕາເງິນເຟີ້ໃນປັດຈຸບັນຍັງຢູ່ໃນລະດັບສູງເກີນໄປ, ແຕ່ຈະຫຼຸດລົງຕາມການເວລາ.