ປະເທດສະມາຊິກນາໂຕຍຶດໝັ້ນວ່າ ພາຍຫຼັງການປະທະກັນສິ້ນສຸດລົງແລ້ວຄ່ອຍເຈລະຈາບັນຫາທີ່ອູແກຣນຈະເຂົ້າຮ່ວມນາໂຕ

2023-07-10 11:11:17 CRI

ກອງປະຊຸມສຸດຍອດກຸ່ມນາໂຕຈະຈັດຂຶ້ນຢູ່ວິນນຸດ ນະຄອນຫຼວງລິດຕົວນີ ລະຫວ່າງວັນທີ 11-12 ກໍລະກົດນີ້. ກ່ຽວກັບບັນຫາທີ່ອູແກຣນຈະເຂົ້າຮ່ວມເປັນປະເທດສະມາຊິກກຸ່ມນາໂຕນັ້ນ, ລັດຖະມົນຕີກະຊວງການຕ່າງປະເທດອູແກຣນໄດ້ສະແດງໃຫ້ເຫັນເຖິງທ່າທີອັນຕັ້ງໜ້າ, ແຕ່ເປັນທີ່ຈະແຈ້ງແລ້ວວ່າ ປະເທດສະມາຊິກກຸ່ມນາໂຕບໍ່ໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນໃນບັນຫາດັ່ງກ່າວ.


ເຖິງວ່າໂປໂລຍມີຈຸດຢືນອັນຕັ້ງໜ້າມາໂດຍຕະຫຼອດໃນບັນຫາທີ່ອູແກຣນຈະເຂົ້າຮ່ວມເປັນປະເທດສະມາຊິກກຸ່ມນາໂຕກໍຕາມ, ແຕ່ທ່ານບລາສະຊັກ ລັດຖະມົນຕີກະຊວງປ້ອງກັນປະເທດໂປໂລຍກ່າວໃນວັນທີ 9 ກໍລະກົດນີ້ວ່າ: “ພວກເຮົາຮັບຮູ້ວ່າ, ພຽງແຕ່ການປະທະກັນສິ້ນສຸດລົງແລ້ວ ຈຶ່ງສາມາດດຳເນີນການເຈລະຈາກ່ຽວກັບບັນຫາທີ່ອູແກຣນຈະເຂົ້າຮ່ວມເປັນປະເທດສະມາຊິກກຸ່ມນາໂຕໄດ້”.


ຂະນະທີ່ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ໃຫ້ສຳພາດຕໍ່ສື່ມວນຊົນອາເມຣິກາໃນວັນທີ 9 ກໍລະກົດນີ້ວ່າ: ອູແກຣນຕ້ອງສິ້ນສຸດການປະທະກັນໃນປັດຈຸບັນນີ້ເສຍກ່ອນ ແລ້ວຈຶ່ງສາມາດເຂົ້າຮ່ວມເປັນປະເທດສະມາຊິກກຸ່ມນາໂຕໄດ້. ທ່ານໂຈ ໄບເດັນຍັງກ່າວຕື່ມວ່າ: ພາຍໃນກຸ່ມນາໂຕຍັງບໍ່ທັນໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນເທື່ອກ່ຽວກັບການອະນຸມັດໃຫ້ອູແກຣນເຂົ້າຮ່ວມເປັນປະເທດສະມາຊິກກຸ່ມນາໂຕໃນເວລາໃດ.