ອາເມຣິກາຈະສະໜອງລະເບີດລູກຫວ່ານໃຫ້ແກ່ອູແກຣນໄດ້ທຳລາຍເສັ້ນພື້ນຖານດ້ານສິນທຳ

2023-07-10 15:54:24 cri

ລັດຖະບານອາເມຣິກາຕັດສິນໃຈສະໜອງລະເບີດລູກຫວ່ານໃຫ້ແກ່ອູແກຣນໄດ້ເຮັດໃຫ້ບຸກຄົນຈາກວົງການຕ່າງໆຢູ່ພາຍໃນປະເທດອາເມຣິກາເປັນຫ່ວງນຳຢ່າງຕໍ່ເນື່ອງ.


ວັນທີ 9 ກໍລະກົດນີ້, ທ່ານນາງບາກບາຣາ ລີ ສະມາຊິກສະພາຕ່ຳອາເມຣິກາທີ່ສັງກັດພັກເດໂມແຄຣດທວງໃຫ້ລັດຖະບານພາຍໃຕ້ການນຳຂອງທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາຈົ່ງພິຈາລະນາຕໍ່ຂໍ້ຕົກລົງດັ່ງກ່າວຄືນໃໝ່ ໂດຍກ່າວວ່າ: “ລະເບີດລູກຫວ່ານຄວນຖືກຫ້າມບໍ່ໃຫ້ໃຊ້ຢ່າງຖາວອນ”, “ມັນໄດ້ທຳລາຍເສັ້ນພື້ນຖານດ້ານສິນທຳ”. ສ່ວນສະມາຊິກສະພາສູງທີ່ສັງກັດພັກເດໂມແຄຣດມີຄວາມເປັນຫ່ວງວ່າ, ຂໍ້ຕົກລົງດັ່ງກ່າວ “ຈະເປີດໄຟຂຽວໃຫ້ແກ່ປະເທດອື່ນເຮັດຕາມແບບຄ້າຍຄືກັນ”.


ທ່ານໄມເຄິນ ມາລູຟ ອະດີດນັກວິເຄາະລະດັບສູງດ້ານນະໂຍບາຍຄວາມໝັ້ນຄົງກະຊວງປ້ອງກັນປະເທດອາເມຣິກາໃຫ້ສຳພາດຕໍ່ໂທລະພາບ “ຣັດເຊຍວັນນີ້” ວ່າ, ນັບແຕ່ເກີດການປະທະກັນລະຫວ່າງຣັດເຊຍ-ອູແກຣນເປັນຕົ້ນມາ, ອາເມຣິກາໄດ້ຍຸແຍ່ມາໂດຍຕະຫຼອດ ເຮັດໃຫ້ການປະທະກັນດຸເດືອດຂຶ້ນ. ທ່ານຍັງກ່າວຕຳໜິປະເທດສະມາຊິກນາໂຕສ່ວນຫຼາຍມີທ່າທີອ່ອນແອຕໍ່ອາເມຣິກາ ໃນຖານະເປັນພັນທະມິດອາເມຣິກາ ໂດຍບໍ່ໄດ້ສະກັດກັ້ນບໍ່ໃຫ້ອາເມຣິກາສະໜອງລະເບີກລູກຫວ່ານໃຫ້ແກ່ອູແກຣນ.