ທະຫານອາເມຣິກາທີ່ປະຈຳຢູ່ຊີຣີຢ່າງຜິດກົດໝາຍໄດ້ລັກຂົນສົ່ງນ້ຳມັນເຊື້ອໄຟຂອງຊີຣີອີກຄັ້ງໜຶ່ງ

2023-07-11 11:48:37 cri

ວັນທີ 10 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ຂ່າວສານຊີຣີລາຍງານວ່າ: ກອງທະຫານອາເມຣິກາທີ່ປະຈຳຢູ່ຊີຣີຢ່າງຜິດກົດໝາຍ ໄດ້ນຳໃຊ້ລົດທະຫານປ້ອງກັນລົດຂົນສົ່ງນ້ຳມັນ 39 ຄັນ, ໄດ້ບັນທຸກຊັບພະຍາກອນນ້ຳມັນເຊື້ອໄຟທີ່ລັກຂົນສົ່ງອອກຈາກບໍ່ນ້ຳມັນຢູ່ພາກຕາເວັນອອກສຽງເໜືອຂອງຊີຣີ ແລະ ເດີນທາງໄປສູ່ຖານທັບອາເມຣິກາທີ່ຕັ້ງຢູ່ພາກເໜືອອີຣັກ ໂດຍຜ່ານຈຸດຂ້າມຊາຍແດນຜິດກົດໝາຍມາມູດີຢາ.


ນອກນີ້, ກອງທະຫານອາເມຣິກາໄດ້ໃຊ້ລົດໃຫຍ່ຫຼາຍສິບຄັນຂົນສົ່ງວັດສະດຸໄປສູ່ຖານທັບອາເມຣິກາທີ່ຕັ້ງຢູ່ພາກຕາເວັນອອກສຽງເໜືອຂອງຊີຣີ ເພື່ອເພີ່ມອາວຸດຍຸດໂທປະກອນໃຫ້ຖານທັບດັ່ງກ່າວ.