ຣັດເຊຍກຽມຈະຕອບສະໜອງຄວາມຮຽກຮ້ອງຕ້ອງການທຸກປະການໃນດ້ານສະບຽງອາຫານຂອງປະເທດອາຣັບ

2023-07-11 11:47:54 cri

ວັນທີ 10 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ທ່ານເຊີເກ ລາຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບໝາກຜົນກອງປະຊຸມສົນທະນາຍຸດທະສາດຮອບທີ 6 ລະຫວ່າງຣັດເຊຍ-ຄະນະກຳມະການການຮ່ວມມືລະຫວ່າງປະເທດອາຣັບອ່າວເປີເຊຍ ໂດຍກ່າວວ່າ: ຣັດເຊຍກຽມຈະຕອບສະໜອງຄວາມຮຽກຮ້ອງຕ້ອງການທຸກປະການໃນດ້ານສະບຽງອາຫານຂອງປະເທດອາຣັບ.


ທ່ານເຊີເກ ລາຟລົຟກ່າວຕື່ມວ່າ: ຣັດເຊຍໄດ້ປະຕິບັດພັນທະຂອງຕົນໃນການສົ່ງອອກສະບຽງອາຫານຂອງຕົນຢ່າງສະເໝີຕົ້ນສະເໝີປາຍ, ສ່ວນບົດລາຍງານຈ້ອງມອງເບິ່ງຕະຫຼາດທັນຍະພືດແລະສະບຽງອາຫານ ທີ່ເປີດເຜີຍໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ: ການສົ່ງອອກສະບຽງອາຫານຂອງຣັດເຊຍໄດ້ປາກົດມີທ່ວງທ່າເຕີບໂຕຢ່າງແຂງແຮງ.