ອາທິດຜ່ານມາເປັນອາທິດທີ່ຮ້ອນທີ່ສຸດໃນປະຫວັດສາດ

2023-07-11 11:51:37 cri

ອົງການອຸຕຸນິຍົມໂລກໄດ້ເຜີຍແຜ່ບົດລາຍງານໃນວັນທີ 10 ກໍລະກົດນີ້ຕາມເວລາທ້ອງຖິ່ນວ່າ: ອີງຕາມຕົວເລກຂໍ້ມູນເບື້ອງຕົ້ນ, ໂລກຫາກໍໄດ້ຜ່ານພົ້ນອາທິດທີ່ມີອາກາດຮ້ອນທີ່ສຸດໃນປະຫວັດສາດ ນັບຕັ້ງແຕ່ເລີ່ມເກັບກຳສະຖິຕິເປັນຕົ້ນມາ. ນອກນີ້, ເດືອນມິຖຸນາຜ່ານມາ ແມ່ນເດືອນມິຖຸນາທີ່ຮ້ອນທີ່ສຸດໃນປະຫວັດສາດ ນັບຕັ້ງແຕ່ເລີ່ມເກັບກຳສະຖິຕິເປັນຕົ້ນມາ, ອຸນຫະພູມໜ້ານ້ຳທະເລໄດ້ສ້າງສະຖິຕິໃໝ່ ແລະ ເນື້ອທີ່ນ້ຳກ້າມຢູ່ຂົ້ວໂລກໃຕ້ໄດ້ຫຼຸດໜ້ອຍລົງຮອດລະດັບຕ່ຳສຸດໃນປະຫວັດສາດ.


ທ່ານຄຣິສໂຕເຟີ ເຮວິດ ຫົວໜ້າບໍລິການດ້ານດິນຟ້າອາກາດອົງການອຸຕຸນິຍົມໂລກກ່າວວ່າ: ຄຽງຄູ່ກັບປາກົດການເອວ ນີໂນສນັບມື້ນັບຂະຫຍາຍຕົວ, ອາດຈະເຮັດໃຫ້ມີອາກາດຜິດປົກກະຕິນັບມື້ນັບຫຼາຍຂຶ້ນ, ຜົນກະທົບດັ່ງກ່າວຄາດວ່າຈະແກ່ຍາວໄປຮອດປີ 2024.