ອະດີດນາຍົກອົດສະຕຣາລີຕຳໜິຢ່າງເຄັ່ງຂຶມຕໍ່ການກະທຳຂອງນາໂຕທີ່ມີເຈດຕະນາຢາກແຜ່ອິດທິພົນໄປສູ່ອາຊີ

2023-07-12 10:50:53 cri

ວັນທີ 9 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ທ່ານໂປນ ຈອນ ກີຕີງ ອະດີດນາຍົກລັດຖະມົນຕີອົດສະຕຣາລີໄດ້ອອກຖະແຫຼງການ ໂດຍໄດ້ຕຳໜິຢ່າງເຄັ່ງຂຶມຕໍ່ການກະທຳຂອງນາໂຕທີ່ມີເຈຕະນາຢາກແຜ່ອິດທິພົນໄປສູ່ອາຊີ ແລະ ເຫັນວ່າ: ຝ່າຍຕ່າງໆທີ່ກ່ຽວຂ້ອງຄວນຈື່ຈຳຂອບເຂດ ແລະ ຖະນະດ້ານພູມສາດຂອງນາໂຕຢູ່ທຸກເວລາ. ເນື້ອໃນຖະແຫຼການຂອງທ່ານ ໂປນ ຈອນ ກີຕີງ ລະບຸວ່າ: ນາໂຕສືບຕໍ່ຄົງຕົວພາຍຫຼັງສົງຄາມເຢັນສິ້ນສຸດລົງ ໄດ້ເປັນການປະຕິເສດສັນຕິພາບ ແລະ ເອກະພາບຂອງເອີຣົບທີ່ກວ້າງຂວາງກວ່າເກົ່າ.

ທ່ານ ໂປນ ຈອນ ກີຕີງຍັງຊີ້ອອກວ່າ: ໃນເວລາສ່ວນໃຫຍ່ຂອງໄລຍະ 300 ປີທີ່ຜ່ານມາ, ຊາວເອີຣົບໄດ້ຕໍ່ສູ້ກັນມາໂດຍຕະຫຼອດ ພ້ອມທັງໄດ້ພາໃຫ້ເກີດສົງຄາມໂລກ 2 ຄັ້ງ. ປັດຈຸບັນ, ນາໂຕຫວັງຢາກສົ່ງອອກສິ່ງທີ່ປຽບເໝືອນສານພິດໄປສູ່ອາຊີ ເຊິ່ງເທົ່າກັບວ່າເຮັດໃຫ້ອາຊີປະສົບກັບພະຍາດລະບາດ. ການພັດທະນາທີ່ອາຊີໄດ້ຮັບໂດຍຜ່ານຜ່າຄວາມທຸກຍາກມາເປັນເວລາດົນນານນັ້ນ ຈະຖືກທຳລາຍຍ້ອນກ່ຽວພັນກັບການກະຫາຍສົງຄາມຂອງເອີຣົບ, ສ່ວນການກະຫາຍສົງຄາມດັ່ງກ່າວແມ່ນປຸກປັ່ນຂຶ້ນໂດຍອາເມຣິກາ.