ອີຣານກ່າວປະນາມອາເມຣິກາ ແລະ ປະເທດເອີຣົບບໍ່ປະຕິບັດຕາມພັນທະທີ່ກຳນົດໄວ້ໃນສັນຍາຮອບດ້ານກ່ຽວກັບບັນຫານິວເຄລຍອີຣານ

2023-07-12 16:07:36 cri


ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 10 ກໍລະກົດ 2023, ທ່ານຄະນະນີ ໂຄສົກກະຊວງການຕ່າງປະເທດອີຣານໄດ້ກ່າວປະນາມອາເມຣິກາ ແລະ ປະເທດເອີຣົບບໍ່ປະຕິບັດຕາມພັນທະທີ່ກຳນົດໄວ້ໃນສັນຍາຮອບດ້ານກ່ຽວກັບບັນຫານິວເຄລຍອີຣານ, ແລະກ່າວວ່າອາເມຣິກາ ແລະ ປະເທດເອີຣົບຄວນແບກຫາບຄວາມຮັບຜິດຊອບຕໍ່ກັບເລື່ອງນີ້.

ທ່ານຄະນະນີ ກ່າວວ່າ: ອາເມຣິກາຖອນອອກຈາກສັນຍາຮອບດ້ານກ່ຽວກັບບັນຫານິວເຄລຍອີຣານ, ອັງກິດ, ຝຣັ່ງ ແລະ ເຢຍລະມັນກໍບໍ່ສາມາດປະຕິບັດຕາມພັນທະນຂອງຕົນທີ່ກຳນົດໄວ້ພາຍໃຕ້ຂອບສັນຍາດັ່ງກ່າວ, ອີຣານເຫັນວ່າອາເມຣິກາ ແລະ ປະເທດເອີຣົບຄວນແບກຫາບຄວາມຮັບຜິດຊອບທີ່ກ່ຽວຂ້ອງ. ນອກນັ້ນທ່ານກ່າວຕື່ມວ່າ, ອາເມຣິກາ, ອັງກິດ, ຝຣັ່ງ ແລະ ເຢຍລະມັນແມ່ນຝ່າຍທີ່ບໍ່ສາມາດປະຕິບັດຕາມສັນຍາ, ແຕ່ປະເທດເຫຼົ່ານີ້ຊ້ຳພັດລົງໂທດອີຣານ ແລະ ກ່າວຫາອີຣານດ້ວຍຂໍ້ອ້າງຕ່າງໆ, ການກະທຳດັ່ງກ່າວແມ່ນການກະທຳທີ່ຮັບເອົາບໍ່ໄດ້.