ເອກອັກຄະລັດຖະທູດຈີນຕາງໜ້າໃຫ້ 70 ປະເທດປະກອບຄຳເຫັນຮ່ວມກ່ຽວກັບການຊຸກຍູ້ສິດທິຂອງຄົນພິການດ້ວຍປັນຍາປະດິດ

2023-07-12 11:17:32 cri

ໃນກອງປະຊຸມສະໄໝທີ 53 ຂອງສະພາມົນຕີສິດທິມະນຸດອົງການສະຫະປະຊາຊາດ ທີ່ຈັດຂຶ້ນໃນວັນທີ 11 ກໍລະກົດນີ້, ທ່ານເສິນຊູ້ ຜູ້ຕາງໜ້າຖາວອນຂອງຈີນປະຈຳສຳນັກງານອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆທີ່ປະຈຳຢູ່ນະຄອນເຊີນແນວປະເທດສະວິສ ໄດ້ຕາງໜ້າໃຫ້ 70 ປະເທດປະກອບຄຳເຫັນຮ່ວມກ່ຽວກັບການຊຸກຍູ້ສິດທິຂອງຄົນພິການດ້ວຍປັນຍາປະດິດ ຫຼື AI.


ເນື້ອໃນຂອງການປະກອບຄວາມເຫັນຮ່ວມລະບຸວ່າ: ໃນຫຼາຍປີມໍ່ໆມານີ້, ເຕັກນິກ AI ໄດ້ພັດທະນາໄປຢ່າງວ່ອງໄວ ເຊິ່ງໄດ້ປ່ຽນແປງຊີວິດຂອງຄົນພິການຢ່າງເລິກເຊິ່ງ. ແຕ່ອີກດ້ານໜຶ່ງ, AI ອາດຈະເພີ່ມຄວາມບໍ່ສະເໝີພາບໃຫ້ຄົນພິການຫຼາຍຂຶ້ນອີກ.


ການປະກອບຄວາມເຫັນຮ່ວມໄດ້ມີຈຸດຢືນໃຫ້ເພີ່ມທະວີການຮ່ວມມືກັນ, ເປີດກວ້າງຮູບແບບຂອງຄົນພິການຊົມໃຊ້ໝາກຜົນດ້ານການພັດທະນາທາງດ້ານເສດຖະກິດສັງຄົມຢ່າງສະເໝີພາບກັນ, ເຮັດໃຫ້ເຕັກນິກ AI ທີ່ມີການພັດທະນາຢ່າງມີຄຸນນະພາບສູງນັ້ນສາມາດສ້າງຜົນປະໂຫຍດໃຫ້ແກ່ກຸ່ມຄົນພິການ ແລະ ຊຸກຍູ້ໃຫ້ AI ປັບປຸງລະບຽບການຮັບປະກັນສິດແລະຜົນປະໂຫຍດຂອງຄົນພິການໃຫ້ສົມບູນຂຶ້ນ.