ປະທານາທິບໍດີຝຣັ່ງກ່າວຢ້ຳຄັດຄ້ານນາໂຕສ້າງຕັ້ງຫ້ອງການປະສານງານຢູ່ຍີ່ປຸ່ນ

2023-07-13 10:26:59 cri

ວັນທີ 12 ກໍລະກົດນີ້, ກອງປະຊຸມສຸດຍອດນາໂຕທີ່ດຳເນີນເປັນເວລາ 2 ວັນໄດ້ອັດລົງຢູ່ນະຄອນຫຼວງວິນນູດສ໌ ປະເທດລີຕົວນີ. ທ່ານເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງໄດ້ຄັດຄ້ານຂໍ້ສະເໜີກ່ຽວກັບນາໂຕຕັ້ງຫ້ອງການປະສານງານຢູ່ຍີ່ປຸ່ນ. ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຫຼັງຈາກກອງປະຊຸມສຸດຍອດດັ່ງກ່າວ, ທ່ານເອັມມານູເອວ ມາຄຣົງ ກ່າວວ່າ: ນາໂຕແມ່ນອົງການຈັດຕັ້ງມະຫາສະໝຸດອັດລັງຕິກເໜືອ. ເອກະສານທີ່ກ່ຽວຂ້ອງຂອງນາໂຕໄດ້ກຳນົດຂອບເຂດດ້ານພູມສາດທີ່ເປັນ “ມະຫາສະໝຸດອັດລັງຕິກເໜືອ”ຢູ່ແລ້ວ, ສ່ວນຍີ່ປຸ່ນບໍ່ໄດ້ຕັ້ງຢູ່ມະຫາສະໝຸດອັດລັງຕິກເໜືອ.

ໃນເດືອນມັງກອນປີນີ້, ທ່ານເຈນສ ສະໂຕນເຕນເບີກ ເລຂາທິການໃຫຍ່ນາໂຕໄດ້ເປິກສາຫາລືກ່ຽວກັບແນວຄິດສ້າງຕັ້ງສຳນັກງານປະສານງານຢູ່ຍີ່ປຸ່ນໃນເວລາຢ້ຽມຢາມຍີ່ປຸ່ນ. ຕາມການລາຍງານຂ່າວຂອງຍີ່ປຸ່ນໃນກ່ອນໜ້ານີ້, ນາໂຕກຳລັງລົງເລິກການພົວພັນຮ່ວມມືກັບຍີ່ປຸ່ນໃນດ້ານການປ້ອງກັນທາງອິນເຕີເນັດ ແລະ ຂົງເຂດອື່ນໆ, ພ້ອມທັງວາງແຜນຈະຕັ້ງຫ້ອງການປະສານງານຢູ່ນະຄອນຫຼວງໂຕກຽວ.