ປີ 2022 ປະຊາຊົນອຶດຫິວໃນທົ່ວໂລກມີເຖິງ 783 ລ້ານຄົນ

2023-07-13 14:38:46 cri


ວັນທີ 12 ກໍລະກົດ 2023, ອົງການສະຫະປະຊາຊາດໄດ້ເປີດເຜີຍບົດລາຍງານ “ຄວາມໝັ້ນຄົງດ້ານທັນຍາຫານ ແລະ ສະພາບດ້ານໂພຊະນາການຂອງໂລກ” ປະຈຳປີ 2023. ບົດລາຍງານຊີ້ໃຫ້ເຫັນວ່າ: ຍ້ອນສະພາບການແພ່ລະບາດຂອງພະຍາດໂຄວິດ-19 ເກີດຂຶ້ນຊ້ຳແລ້ວຊ້ຳອີກ, ການປ່ຽນແປງຂອງດິນຟ້າອາກາດ ແລະ ເກີດການປະທະກັນເລື້ອຍໆ, ເຮັດໃຫ້ປະຊາຊົນອຶດຫິວໃນທົ່ວໂລກມີເຖິງ 783 ລ້ານຄົນ, ເພີ່ມໃໝ່ 122 ລ້ານຄົນເມື່ອທຽບໃສ່ປີ 2019.

ບົດລາຍງານລະບຸວ່າ: ປີ 2022, ອາຊີ ແລະອາເມຣິກາຣາຕິນໄດ້ຮັບຄວາມຄືບໜ້າໃນດ້ານການຫຼຸດຜ່ອນຄວາມອຶດຫິວ, ແຕ່ວ່າ, ລະດັບອຶດຫິວຢູ່ອາຊີຕາເວັນຕົກ, ເຂດກະຣາອິບ ແລະ ທະວີບອາຟຣິກາຍັງໄດ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ. ຢູ່ທະວີບອາຟຣິກາ, ແຕ່ລະ 5 ຄົນໃດແມ່ນມີຜູ້ໜຶ່ງກິນບໍ່ອີ່ມ, ປະຊາຊົນອຶດຫິວແມ່ນກວມສອງເທົ່າຂອງລະດັບສະເລ່ຍຂອງໂລກ.