ແລວເສດຖະກິດຈີນ-ປາກິດສະຖານສ້າງໂອກາດປະກອບອາຊີບໃຫ້ແກ່ປາກິດສະຖານລວມທັງໝົດ 155.000 ຕຳແໜ່ງ

2023-07-13 10:34:21 cri

ວັນທີ 11 ກໍລະກົດນີ້, ກອງປະຊຸມວິສາມັນ ແລະ ກອງປະຊຸມຄັ້ງທີ 12 ຂອງຄະນະກຳມະການການຮ່ວມມືແລວເສດຖະກິດຈີນ-ປາກິດສະຖານໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງປະເທດຈີນ ໂດຍໄດ້ສະຫຼຸບຜົນງານໃນ 10 ປີທີ່ຜ່ານມາ. ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງຈີນ ແລະ ປາກິດສະຖານຕ່າງກໍໄດ້ກ່າວວ່າຈະເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆໃນອະນາຄົດ, ປະກອບສ່ວນຢ່າງແທ້ຈິງເຂົ້າໃນການພັດທະນາຂອງປາກິດສະຖານ ແລະ ການເຊື່ອມໂຍງເຊື່ອມຈອດກັນຂອງພາກພື້ນ.

ໃນ 10 ປີທີ່ຜ່ານມາ, ຈີນໄດ້ຄອງຖານະເປັນຄູ່ການຄ້າໃຫຍ່ທີ່ສຸດຂອງປາກິດສະຖານເປັນເວລາ 8 ປີລຽນຕິດ. ໃນປີ 2022, ຍອດມູນຄ່າການຄ້າສອງຝ່າຍໄດ້ບັນລຸເຖິງ 26,5 ຕື້ໂດລາ, ທາງລົດໄຟໃຕ້ດິນສາຍທຳອິດ ແລະ ທາງດ່ວນປັນຍາປະດິດສາຍທຳອິດບາງຕອນຂອງປາກິດສະຖານກໍໄດ້ສ້າງສຳເລັດ ແລະ ເປີດນຳໃຊ້, ແລວເສດຖະກິດຈີນ-ປາກິດສະຖານໄດ້ສ້າງໂອກາດປະກອບອາຊີບໃຫ້ແກ່ປາກິດສະຖານລວມທັງໝົດ 155.000 ຕຳແໜ່ງ ເຊິ່ງໄດ້ເພີ່ມຄວາມຜາສຸກໃຫ້ກັບປະຊາຊົນ.