ໜັງສືພິມ “ເດີ ກາດຽນ” ຂອງອັງກິດພິມບົດວິຈານກ່າວຕຳໜິອາເມຣິກາສະໜອງລະເບີດລູກຫວ່ານໃຫ້ແກ່ອູແກຣນ

2023-07-13 15:31:53 cri

ຫວ່າງມໍ່ໆມານີ້, ອາເມຣິກາຕົກລົງສະໜອງລະເບີດລູກຫວ່ານໃຫ້ແກ່ອູແກຣນ ເຊິ່ງຖືກຝ່າຍຕ່າງໆຄັດຄ້ານ. ໜັງສືພິ “ເດີ ກາດຽນ” ຂອງອັງກິດໄດ້ພິມບົດວິຈານວ່າ: ອາເມຣິກາສະໜອງລະເບີດລູກຫວ່ານໃຫ້ແກ່ອູແກຣນເປັນການຕົກລົງທີ່ຜິດພາດ.

ເຖິງວ່າອາເມຣິກາໄດ້ກ່າວວ່າ: ລະເບີດລູກຫວ່ານທີ່ຕົນສະໜອງໃຫ້ມີຄວາມປອດໄພກວ່າ, ແຕ່ຖ້າຖືກນຳໃຊ້ແລ້ວ, ແສນຍານຸພາບລ້າງຜານແມ່ນກິນຂອບເຂດໃຫຍ່ ແລະ ບັນຫາບໍ່ແຕກທີ່ແຝງຊ້ອນຢູ່ຂອງລະເບີດຊະນິດນີ້ ຍັງຈະສ້າງຜົນຮ້າຍຢ້ອນຫຼັງອັນໜັກໜ່ວງຕໍ່ປະຊາຊົນທ້ອງຖິ່ນເປັນເວລາດົນນານ.