ທ່ານຫວາງຢີ້ພົບປະກັບລັດຖະມົນຕີການຕ່າງປະເທດອາເມຣິກາ

2023-07-14 10:08:28 CRI

ທ່ານຫວາງຢີ້ ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດ ສູນກາງຈີນໄດ້ພົບປະກັບທ່ານອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງ ປະເທດອາເມຣິກາ ໃນວັນທີ 13 ກໍລະກົດນີ້ຢູ່ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ຕາມການນັດໝາຍຂອງອາເມຣິກາ.


ທ່ານຫວາງຢີ້ໄດ້ຊີ້ແຈງຫຼັກໝັ້ນອັນເຄັ່ງຂຶມຂອງຈີນໃນບັນຫາໄຕ້ຫວັນ, ທວງໃຫ້ ອາເມຣິກາຢ່າໄດ້ແຊກແຊງວຽກງານພາຍໃນຂອງຈີນຢ່າງບັງອາດ, ຢ່າໄດ້ທຳລາຍອະ ທິປະໄຕ ແລະ ຜືນແຜ່ນອັນຄົບຖ້ວນຂອງຈີນ, ຍຸດຕິໃຊ້ຄວາມກົດດັນຕໍ່ເສດຖະກິດ ການຄ້າ ແລະ ເຕັກນິກວິທະຍາສາດຂອງຈີນ, ຍົກເລີກການລົງໂທດຕໍ່ຈີນແບບ ຜິດກົດໝາຍ ແລະ ໄຮ້ເຫດຜົນ. ໃນຖານະເປັນປະເທດໃຫຍ່ທີ່ມີບົດບາດອັນສຳຄັນ, ຈີນ ແລະ ອາເມຣິກາຄວນເຄົາລົບຄວາມພະຍາຍາມຂອງປະເທດໃນພາກພື້ນ, ສະໜັບສະໜູນຖານະເປັນໃຈກາງຂອງອາຊຽນ, ຫຼີກເວັ້ນນຳເອົາຄວາມຂັດແຂ້ງ ແລະ ປັດໄຈທີ່ສັບສົນສອດຫ້ອຍເຂົ້າໄປໃນການຮ່ວມມືໃນພາກພື້ນ.


ສອງຝ່າຍຍັງໄດ້ຄົ້ນຄວ້າຢ່າງຕັ້ງໜ້າຕໍ່ການດຳເນີນການເປິກສາຫາລືວຽກງານອາຊີປາຊີຟິກ ແລະ ວຽກງານທາງທະເລ. ສອງຝ່າຍເຫັນວ່າ ການພົບປະຄັ້ງນີ້ແມ່ນເປີດອົກເປີດໃຈ, ຕິດແທດຕົວຈິງ, ມີຄວາມສ້າງສັນ ແລະ ເຫັນດີຈະສືບຕໍ່ຮັກສາການຕິດຕໍ່ພົວພັນກັນ.