ລັດຖະສະພາຕູຣາເຄຍຈະຕົກລົງອະນຸມັດໃຫ້ຊູແອັດເຂົ້າເປັນສະມາຊິກນາໂຕຫຼືບໍ່

2023-07-14 11:00:41 cri

ວັນທີ 13 ກໍລະກົດນີ້, ທ່ານຣີເຊັບ ໄຕຢິບ ເອີໂດກັນ ປະທານາທິບໍດີຕູຣາເຄຍກ່າວວ່າ, ລັດຖະສະພາຕູຣາເຄຍຈະທຳການຕັດສິນທີ່ສອດຄ່ອງກັບຜົນປະໂຫຍດຂອງປະເທດຕົນ ກ່ຽວກັບຊູແອດເຂົ້າເປັນສະມາຊິກນາໂຕ.


ແຟັງລັງ ແລະ ຊູແອັດໄດ້ຮ້ອງຂໍເຂົ້າເປັນສະມາຊິກນາໂຕຢ່າງເປັນທາງການໃນປີຜ່ານມາ. ອີງຕາມລະບຽບການ, ທຸກປະເທດສະມາຊິກນາໂຕຕ້ອງເຫັນດີເປັນເອກະພາບກັນ, ຈິ່ງຈະສາມາດຮັບເອົາສະມາຊິກໃໝ່ໄດ້. ຍ້ອນວ່າ “ເສັ້ນທາງເຂັ້ມແຂງ” ທີ່ເປັນພັກການເມືອງຂວາຈັດຂອງຊູແອດໄດ້ຈັດການໂຮມຊຸມນຸມຕ້ານອິສລາມຢູ່ຫຼາຍທ້ອງຖິ່ນ ເຮັດໃຫ້ຕູຣາເຄຍເກີດມີຄວາມບໍ່ພໍໃຈ, ຕູຣາເຄຍຈິ່ງປະຕິເສດບໍ່ອະນຸມັດຄຳຮ້ອງຂໍເຂົ້າເປັນສະມາຊິກນາໂຕຂອງຊູແອັດຈົນເຖິງປັດຈຸບັນ.