ທ່ານຫວາງຢີ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ອາຊຽນ (10+1)

2023-07-14 16:46:58 cri


ວັນທີ 13 ກໍລະກົດ 2023, ທ່ານຫວາງຢີ້ ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງຈີນໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ອາຊຽນ (10+1) ທີ່ຈັດຂຶ້ນຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ, ມີລັດຖະມົນຕີການຕ່າງປະເທດອາຊຽນ, ຜູ້ສັງເກດການອາຊຽນ ແລະ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ທ່ານຫວາງຢີ້ ກ່າວວ່າ: ຈີນສະໜັບສະໜູນອາຊຽນສ້າງອາຊຽນເປັນສູນແຫ່ງການເຕີບໂຕດ້ານເສດຖະກິດ, ຈີນສຸມກຳລັງເພື່ອການພັດທະນາທີ່ມີຄຸນະພາບສູງ, ແລະຈະສະໜອງໂອກາດພັດທະນາໃໝ່ໃຫ້ແກ່ປະເທດຕ່າງໆດ້ວຍຄວາມທັນສະໄໝແບບຈີນ, ຈີນຍິນດີເພີ່ມທະວີຄວາມສາມັກຄີ ແລະ ການປະສານງານກັບອາຊຽນ, ຮ່ວມກັນຊຸກຍູ້ຂະບວນການຫັນເປັນທັນສະໄໝຂອງອາຊີ. ສອງຝ່າຍຄວນຮ່ວມກັນເສີມຂະຫຍາຍນ້ຳໃຈມິດຕະພາບ ແລະ ການຮ່ວມມື, ຮ່ວມກັນຍຶດໝັ້ນລັດທິພາກພື້ນທີ່ເປີດປະຕູສູ່ພາຍນອກ, ຮ່ວມກັນຂຸດຄົ້ນກຳລັງແຮງບົ່ມຊ້ອນໃໝ່ດ້ານການຮ່ວມມື, ຮ່ວມກັນຮັບມືກັບສິ່ງທ້າທາຍຈາກຄວາມສ່ຽງໃນທົ່ວໂລກ,  ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.

ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບປະເທດຈີນເຂົ້າເປັນສະມາຊິກ “ສົນທິສັນຍາມິດຕະພາບ ແລະ ການຮ່ວມມືອາຊີຕາເວັນອອກສຽງໃຕ້” ຄົບຮອບ 20 ປີ, ແລະເອກະສານເຂັມທິດກ່ຽວກັບການເລັ່ງລັດບັນລຸ “ກົດແຫ່ງການປະພຶດໃນທະເລຈີນໃຕ້”.