ທ່ານປູຕິນ ກ່າວວ່າ: ການສະໜອງອາວຸດໃຫ້ແກ່ອູແກຣນພຽງແຕ່ຈະເຮັດໃຫ້ການປະທະກັນຮຸນແຮງຂຶ້ນຕື່ມ

2023-07-15 11:43:48 cri


ວັນທີ 13 ກໍລະກົດ 2023 ຕາມເວລາທ້ອງຖິ່ນ, ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວ, ທ່ານວະລາຕິເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວວ່າ: ປະເທດຕາເວັນຕົກໃຫ້ການຊ່ວຍເຫຼືອດ້ານການທະຫານແກ່ອູແກຣນພຽງແຕ່ຈະເຮັດໃຫ້ການປະທະກັນລະຫວ່າງຣັດເຊຍກັບອູແກຣນຮຸນແຮງຂຶ້ນຕື່ມ.

ທ່ານປູຕິນ ກ່າວວ່າ, ອາວຸດ ແລະ ເຄື່ອງອຸປະກອນທັນສະໄໝທີ່ປະເທດຕາເວັນຕົກສະໜອງໃຫ້ແກ່ອູແກຣນໄດ້ສ້າງຄວາມເສຍຫາຍຈຳນວນໜຶ່ງໃຫ້ແກ່ຣັດເຊຍ, ແຕ່ບໍ່ໄດ້ກະທົບເຖິງສະພາບລວມຢ່າງໃຫຍ່. ທ່ານປູຕິນກ່າວເນັ້ນໜັກວ່າ, ການສະໜອງອາວຸດທັນສະໄໝໃຫ້ແກ່ອູແກຣນພຽງແຕ່ຈະເຮັດໃຫ້ສະຖານະການຢູ່ອູແກຣນ ແລະ ການປະທະກັນຮຸນແຮງຂຶ້ນຕື່ມ, ແລະເຮັດໃຫ້ບາງຄົນໄດ້ຮັບຜົນປະໂຫຍດ.