ປະຊາຊົນອີຣານ: ອາເມຣິກາຖອນຕົວອອກຈາກສັນຍາວ່າດ້ວຍບັນຫານິວເຄຣຍອີຣານແຕ່ຝ່າຍດຽວແລະລົງໂທດປະເທດອື່ນເປັນການກະທຳຂົ່ມເຫັງ

2023-07-15 12:29:15 CRI

     ວັນທີ 14 ກໍລະກົດ 2023 ແມ່ນວັນຄົບຮອບ 8 ປີຂອງການບັນລຸສັນຍາວ່າດ້ວຍບັນຫານິວເຄຣຍອີຣານ. ຢູ່ຕາມຖະໜົນຂອງນະຄອນຫຼວງເຕເຮຣານ, ປະຊາຊົນອີຣານພາກັນກ່າວວ່າ: ອາເມຣິກາເພື່ອຜົນປະໂຫຍດຂອງຕົນ, ຖອນຕົວອອກຈາກສັນຍາວ່າດ້ວຍບັນຫານິວເຄຣຍອີຣານແຕ່ຝ່າຍດຽວ, ແຊກແຊງ ແລະລົງໂທດປະເທດອື່ນ, ເປັນການກະທຳຂົ່ມເຫັງລ້ວນໆ.

     ປະຊາຊົນອີຣານມີຄວາມເຫັນໂດຍທົ່ວໄປວ່າ: ອາເມຣິກາຖອນຕົວອອກຈາກສັນຍາວ່າດ້ວຍບັນຫານິວເຄຣຍອີຣານ ແມ່ນການກະທຳທີ່ປະໝາດຄວາມພະຍາຍາດຂອງປະຊາຄົມໂລກ ແລະລ່ວງລ້ຳກົດໝາຍສາກົນ ແລະກົດລະບຽບສາກົນຢ່າງບັງອາດ, ປະຊາຄົມໂລກຄວນກ່າວປະນາມ ແລະໃຫ້ຄວາມຈຳກັດ. ສ່ວນການລົງໂທດອີຣານແຕ່ຝ່າຍດຽວຢ່າງຜິດກົດໝາຍນັ້ນ, ຍິ່ງສະແດງໃຫ້ເຫັນວ່າ: ລັດຖະບານອາເມຣິກາໄດ້ຝ່າຝືນຫຼັກການມະນຸດສະທຳ, ບັນລຸຈຸປະສົງທາງການເມືອງຂອງຕົນດ້ວຍການທຳລາຍຜົນປະໂຫຍດຂອງປະຊາຊົນປະເທດອື່ນໆ.