ທ່ານວາງຢີ້ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 13

2023-07-15 16:43:04 cri


ຂ່າວສານຊິ່ນຮວາລາຍງານວ່າ, ວັນທີ 14 ກໍລະກົດ 2023 ຕາມເວລາທ້ອງຖິ່ນ, ທ່ານວາງຢີ້, ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດຂອງຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 13 ຢູ່ນະຄອນຫຼວງຈາກາຕາຂອງອິນໂດເນເຊຍ.


ທ່ານວາງຢີ້ກ່າວວ່າ, ກອງປະຊຸມສຸດຍອດອາຊີຕາເວັນອອກແມ່ນກົນໄກຮ່ວມມືທີ່ມີລັກສະນະຕົວແທນຢ່າງກວ້າງຂວາງແລະບົດບາດອັນສຳຄັນຂອງພາກພື້ນອາຊີປາຊິຟິກ. ໂດຍປະເຊີນໜ້າກັບການປ່ຽນແປງຢ່າງເລິກເຊິ່ງຂອງສະຖານະການສາກົນແລະພາກພື້ນໃນປັດຈຸບັນນີ້, ກອງປະຊຸມສຸດຍອດອາຊີຕາເວັນອອກຄວນຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນນີ້ ທີ່ຍາດມາໄດ້ບໍ່ແມ່ນງ່າຍ ໃຫ້ດີ. ຝ່າຍຈີນຂໍສະເໜີເຈດຈຳນົງ 3 ຂໍ້ ຄື:


ໜຶ່ງ, ສະໜັບສະໜູນຖານະໃຈກາງຂອງອາຊຽນຢ່າງແທ້ຈິງ, ເພື່ອສ້າງພື້ນຖານແຫ່ງສັນຕິພາບໃຫ້ໝັ້ນແກ່ນ. ສອງ, ຮ່ວມກັນສ້າງສູນກາງເຕີບໂຕໃນພາກພື້ນ, ຊຸກຍູ້ການພັດທະນາພ້ອມກັນ. ສາມ, ຍຶດໝັ້ນລັດທິຫຼາຍຝ່າຍຢ່າງແທ້ຈິງ, ເພີ່ມທະວີການແລກປ່ຽນກັນທີ່ມີຜົນດີຕໍ່ຝ່າຍຕ່າງໆ.