ກອງທັບຣັດເຊຍຈະເຂົ້າຮ່ວມການຊ້ອມຮົບ “ພາກເໜືອ ການປະສົມ 2023” ຂອງຈີນ

2023-07-16 12:03:16 cri


    ອີງຕາມແຜນການຮ່ວມມືປະຈຳປີລະຫວ່າງສອງກອງທັບຈີນ ແລະ ຣັດເຊຍ, ກອງທັບຣັດເຊຍຈະສົ່ງກອງທັບເຮືອ ແລະ ກອງທັບອາກາດເຂົ້າຮ່ວມການຊ້ອມຮົບ “ພາກເໜືອ ການປະສົມ 2023” ທີ່ເຂດສູ້ຮົບພາກເໜືອກອງທັບປົດປ່ອຍປະຊາຊົນຈີນຈັດຂຶ້ນຢູ່ພາກກາງທະເລຍີ່ປຸ່ນ. ຫົວຂໍ້ຂອງການຊ້ອມຮົບເທື່ອນີ້ແມ່ນ “ປົກປັກຮັກສາຄວາມໝັ້ນຄົງຂອງທາງຜ່ານຍຸທະສາດເທິງທະເລ” ໂດຍມີຈຸດປະສົງເພື່ອຍົກສູງລະດັບການປະສານງານກັນທາງຍຸທະສາດລະຫວ່າງສອງກອງທັບຈີນ ແລະ ຣັດເຊຍ, ເພີ່ມທະວີຄວາມສາມາດໃນການຮັກສາສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງປະເພດຕ່າງໆຮ່ວມກັນ.