ຄົນອາເມຣິກາມີທ່າທີອັນຫຍໍ້ທໍ້ຕໍ່ປະຊາທິປະໄຕແບບອາເມຣິກາໂດຍທົ່ວໄປ

2023-07-16 15:26:39 CRI

ສູນຄົ້ນຄວ້າກິດຈະການສາທາລະນະ ຂ່າວສານອາເປຂອງອາເມຣິກາໄດ້ຢັ່ງປະຊາມະຕິຄັ້ງຫຼ້າສຸດເມື່ອວັນທີ 14 ກໍລະກົດນີ້ ໂດຍສະແດງໃຫ້ເຫັນວ່າ: ຊາວອາເມຣິກາຜູ້ເຕັມກະສຽນອາຍຸ 49% ເຫັນວ່າ ຢູ່ອາເມຣິກາ ການປະຕິບັດປະຊາທິປະໄຕນັ້ນດຳເນີນບໍ່ດີ.


ຂ່າວລາຍງານວ່າ, ຊາວອາເມຣິກາຜູ້ເຕັມກະສຽນອາຍຸສ່ວນຫຼາຍເຫັນວ່າ: ກົດໝາຍ ແລະ ນະໂຍບາຍຂອງອາເມຣິກາບໍ່ສາມາດເປັນຕົວແທນທີ່ດີໃຫ້ແກ່ຊາວອາເມຣິກາສ່ວນຫຼາຍ ໃນບັນຫາເສດຖະກິດ, ລາຍຈ່າຍຂອງລັດຖະບານ, ນະໂຍບາຍດ້ານອາວຸດປືນ, ຊາວອົບພະຍົບ, ການແທ້ງລູກ ແລະ ບັນຫາອື່ນໆ. ຊາວອາເມຣິກາ 53% ເຫັນວ່າ: ລັດຖະສະພາອາເມຣິກາເຮັດວຽກບໍ່ດີໃນການປົກປັກຮັກສາຄ່ານິຍົມດ້ານປະຊາທິປະໄຕ.