ຝຣັ່ງຈັດພິທີສວນສະໜາມໂອກາດວັນຊາດໝູນວຽນມາເຖິງ

2023-07-16 15:33:28 cri

ວັນທີ 14 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ພິທີສວນສະໜາມໃນວັນຊາດຂອງຝຣັ່ງໄດ້ຈັດຂຶ້ນຢູ່ຖະໜົນ Champs Elysees ນະຄອນຫຼວງປາຣີ. “ຂວັນກຳລັງໃຈຂອງທະຫານ” ຖືກກຳນົດເປັນຫົວຂໍ້ຂອງພິທີສວນສະໜາມປີນີ້.


ຍ້ອນວ່າຝຣັ່ງຫາກໍ່ປະສົບການຈະລາຈົນໃນຂອບເຂດທົ່ວປະເທດໃນຫວ່າງມໍ່ໆມານີ້, ເພື່ອຮັບປະກັນຄວາມປອດໄພ ແລະ ສະຖຽນລະພາບໃນວັນຊາດ ພ້ອມທັງຮັບປະກັນໃຫ້ພິທີສວນສະໜາມດຳເນີນໄປຢ່າງສະດວກ, ລັດຖະບານຝຣັ່ງໄດ້ຈັດວາງເຈົ້າໜ້າທີ່ຕຳຫຼວດ ແລະ ສາລະວັດທະຫານ 130.000 ກວ່າຄົນເຝົ້າລະວັງໃນຂອບເຂດທົ່ວປະເທດ ເຊິ່ງເປັນຂະໜາດການເຝົ້າລະວັງແບບບໍ່ເຄີຍມີມາກ່ອນ.