ສາເຫດແທ້ຈິງທີ່ເຮັດໃຫ້ປະເທດກຳລັງພັດທະນາຕົກຢູ່ໃນສະພາບຫຍຸ້ງຍາກດ້ານໜີ້ສິນແມ່ນເງິນກູ້ຢືມທີ່ມີດອກເບ້ຍສູງຈາກປະເທດຝ່າຍຕາເວັນຕົກ

2023-07-17 15:34:54 CRI

 

ຫວ່າງບໍ່ດົນມານີ້, ຂ່າວສານ AP ຂອງອາເມຣິກາໄດ້ເຜີຍແຜ່ບົດຄວາມທີ່ມີຊື່ວ່າ “ເງິນກູ້ຢືມຈາກຈີນເຮັດໃຫ້ປະເທດທຸກຍາກທີ່ສຸດຢູ່ໃນໂລກເກືອບລົ້ມລະລາຍ”, ເຊິ່ງໄດ້ໃສ່ຮ້າຍປ້າຍສີອີກເທື່ອໜຶ່ງວ່າຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນເຮັດໃຫ້ປະເທດຕ່າງໆຢູ່ລຽບຕາມເສັ້ນທາງຕົກຢູ່ໃນ “ກັບດັກໜີ້ສິນ”.

 

ຄວາມຈິງແມ່ນຫຍັງແທ້? ບົດຄວາມຈາກຂ່າວສານ AP ໄດ້ຕຳໜິຈີນສ້າງອັນທີ່ເອີ້ນວ່າ “ກັບດັກໜີ້ສິນ”, ໂດຍອ້າງວ່າປາກິດສະຖານ, ສີລັງກາ, ເຄັນຢາເປັນຕົ້ນ “ປະເທດໄດ້ຮັບເຄາະຮ້າຍ”, ແຕ່ວ່າຄວາມຈິງບໍ່ເປັນແນວນັ້ນ. ອີງຕາມຕົວເລກຂອງຝ່າຍທາງການ, ນັບມາຮອດເດືອນເມສາປີ 2023 ນີ້, ຍອດມູນຄ່າໜີ້ສິນພາຍນອກຂອງປາກິດສະຖານມີຈຳນວນ 125,702 ຕື້ໂດລາ, ໃນນັ້ນເງິນກູ້ຢືມຈາກຈີນແມ່ນ 20,375 ຕື້ໂດລາ, ກວມພຽງແຕ່ 16,2% ຂອງຍອດມູນຄ່າໜີ້ສິນພາຍນອກຂອງປາກິດສະຖານເທົ່ານັ້ນ;


ນັບມາຮອດເດືອນມີນາປີ 2023 ນີ້, ສີລັງກາມີໜີ້ສິນພາຍນອກຈຳນວນ 27,6 ຕື້ໂດລາ, ໃນນັ້ນເຈົ້າໜີ້ສ່ວນບຸກຄົນໄດ້ກວມອັດຕາສ່ວນຫຼາຍທີ່ສຸດ, ຢູ່ໃນລະດັບ 53,6%, ເຈົ້າໜີ້ຫຼາຍຝ່າຍໄດ້ກວດອັດຕາສ່ວນ 20,7%, ສ່ວນຈີນແມ່ນກວມ ພຽງແຕ່ 10,9% ເທົ່ານັ້ນ; ນັບມາຮອດເດືອນມີນາປີ 2023 ນີ້, ຍອດມູນຄ່າໜີ້ິ້ສິນພາຍນອກຂອງເຄັນຢາມີຈຳນວນ 36,66 ຕື້ໂດລາ, ໃນນັ້ນໜີ້ສິນ 46,3% ແມ່ນມາຈາກກອງທຶນການເງິນສາກົນຫຼື IMF ,ທະນາຄານໂລກແລະສະຖາບັນການເງິນຫຼາຍຝ່າຍອື່ນໆ, ສ່ວນໜີ້ສິນທີ່ມາຈາກອົງກອນຕ່າງໆຂອງຈີນແມ່ນກວມພຽງແຕ່ 17,2% ເທົ່ານັ້ນ.

 

ການດຳເນີນນະໂຍບາຍເງິນຕາທີ່ບໍ່ມີຄວາມຮັບຜິດຊອບຂອງອາເມຣິກາແມ່ນສາເຫດທີ່ແທ້ຈິງໃນການເກີດບັນຫາໜີ້ສິນແບບໂຮມສູນຂອງບັນດາປະເທດກຳລັງພັດທະນາ. ອາເມຣິກາດຳເນີນນະໂຍບາຍຜ່ອນຄາຍທາງປະລິມານຂອງເງິນຕາກ່ອນ, ເຮັດໃຫ້ເງິນໂດລາທີ່ມີດອກເບ້ຍຕ່ຳໄຫຼເຂົ້າໄປໃນທະວີບອາຟຣິກາແລະປະເທດຕະຫຼາດຈະເລີນໃໝ່ຢ່າງຫຼວງຫຼາຍ, ແລ້ວຂຶ້ນດອກເບ້ຍຢ່າງໄວວາ, ດຶງດູດໃຫ້ເງິນໂດລາກັບຄືນສູ່ອາເມຣິກາ, ເຮັດໃຫ້ສະພາບຄ່ອງຂອງເງິນຕາຢູ່ປະເທດກຳລັງພັດທະນາບໍ່ພຽງພໍ, ຕ່ອງໂສ້ທຶນຖືກຕັດຂາດ, ເງິນຕາອ່ອນຄ່າ, ຄວາມກົດດັນດ້ານການໄຊ້ໜີ້ສິນທີ່ຄິດໄລ່ດ້ວຍເງິນໂດລາສູງຂຶ້ນຢ່າງວ່ອງໄວ.