ອົງການຈັດຕັ້ງຊາວເມືອງແຂວງໂອກີນາວາຈະກ່າວຟ້ອງຕໍ່ອົງການ ສປຊ ກ່ຽວກັບບັນຫາຖານທັບອາເມຣິກາປະຈຳຢູ່ຍີ່ປຸ່ນເສື່ອມພິດ

2023-07-17 14:57:19 cri


ວັນທີ 16 ກໍລະກົດນີ້, ສື່ມວນຊົນຍີ່ປຸ່ນລາຍງານວ່າ: ໂດຍປິ່ນອ້ອມບັນຫາມົນລະພິດຂອງນ້ຳແລະດິນຢູ່ເຂດອ້ອມຮອບຖານທັບອາເມຣິກາປະຈຳຢູ່ຍີ່ປຸ່ນ, ອົງການຈັດຕັ້ງຊາວເມືອງແຫ່ງໜຶ່ງຂອງແຂວງໂອກີນາວາຈະກ່າວຟ້ອງໃນກອງປະຊຸມກົນໄກ ຜູ້ຊ່ຽວຊານດ້ານສິດທິຄົນພື້ນເມືອງຂອງອົງການສະຫະປະຊາຊາດ ຫຼື ສປຊ ທີ່ ໄຂຂຶ້ນໃນວັນທີ 17 ກໍລະກົດນີ້. ສະມາຊິກຂອງອົງການດັ່ງກ່າວຢືນຢັນວ່າ: ເຂົາເຈົ້າໄດ້ປະທ້ວງຢູ່ພາຍໃນປະເທດຍີ່ປຸ່ນ, ແຕ່ອາເມຣິກາບໍ່ໄດ້ເອົາຫົວຊານຳ, ເຂົາເຈົ້າຍັງໄດ້ຮຽກຮ້ອງຕໍ່ອາເມຣິກາເພື່ອເຂົ້າສືບສວນຢູ່ຖານທັບໂດຍຜ່ານຫຼາຍຊ່ອງທາງ, ແຕ່ກໍບໍ່ໄດ້ຮັບຄຳຕອບເຊັ່ນດຽວກັນ, ດັ່ງນັ້ນຈຶ່ງຕົກລົງຈະກ່າວຟ້ອງໃນກອງປະຊຸມຂອງອົງການ ສປຊ, ຫວັງວ່າຈະຊຸກຍູ້ໃຫ້ລັດຖະບານຍີ່ປຸ່ນແລະລັດຖະບານອາເມຣິກາຍອມຮັບເລື່ອງນີ້.

ອີງຕາມຜົນການສຳຫຼວດຫຼ້າສຸດຂອງອົງການປົກຄອງແຂວງໂອກີນາວາສະແດງໃຫ້ເຫັນວ່າ: ນ້ຳຢູ່ສະຖານທີ່ອ້ອມຮອບຖານທັບອາເມຣິກາປະຈຳຢູ່ຍີ່ປຸ່ນ 30 ແຫ່ງຖືກກວດພົບມີທາດ PFAS ຫຼາຍເກີນມາດຕະຖານ. ທາດມົນລະພິດເຫຼົ່ານີ້ແມ່ນຍາກທີ່ຈະສະຫຼາຍໄດ້, ຈະສະສົມຢູ່ໃນສິ່ງແວດລ້ອມແລະຮ່າງກາຍຂອງຄົນ, ການດື່ມນ້ຳທີ່ມີທາດມົນລະພິດເຫຼົ່ານີ້ເປັນເວລາຍາວນານ ອາດຈະມີຜົນກະທົບຕໍ່ສຸຂະພາບໄວຈະເລີນພັນ ແລະ ການເຕີບໃຫຍ່ຂອງເດັກນ້ອຍ.