ທະເລຫຼາຍແຫ່ງຢູ່ໃນໂລກເກີດປາກົດການຄື້ນຄວາມຮ້ອນ ລະບົບນິເວດທາງທະເລພວມປະເຊີນກັບໄພຂົ່ມຂູ່

2023-07-17 10:17:13 cri



   ເມື່ອມໍ່ໆມານີ້, ອົງການອຸຕຸນິຍົມເອີຣົບແລະອາເມຣິກາຕ່າງກໍໄດ້ລາຍງານວ່າ ທະເລຫຼາຍແຫ່ງຢູ່ໃນໂລກໄດເກີດປາກົດການຄື້ນຄວາມຮ້ອນ. ນັກວິທະຍາສາດເຕືອນໃຫ້ຮູ້ວ່າ: ອຸນຫະພູມທາງທະເລສູງເກີນໄປຢ່າງຕໍ່ເນື່ອງ ເຊິ່ງບໍ່ພຽງແຕ່ຈະສົ່ງຜົນ ກະທົບເຖິງດິນຟ້າອາກາດໃນທົ່ວໂລກເທົ່ານັ້ນ, ແຕ່ຍັງອາດຈະພາໃຫ້ລະບົບນິເວດ ທາງທະເລຖືກທຳລາຍອີກດ້ວຍ.

  ອົງການບໍລິການດ້ານການປ່ຽນແປງຂອງດິນຟ້າອາກາດໂກເປນິກ(Kopernik) ເຊິ່ງເປັນອົງການຕິດຕາມວັດແທກດິນຟ້າອາກາດຂອງສະຫະພາບເອີຣົບໄດ້ຢືນ ຢັນໃນວັນທີ 14 ກໍລະກົດນີ້ວ່າ: ອຸນຫະພູມຢູ່ມະຫາສະໝຸດອັດລັງຕິກເໜືອ ແລະທະເລເມດີເຕຣາເນໃນຫຼາຍເດືອນຜ່ານມາໄດ້ສ້າງສະຖິຕິສູງສຸດ ໂດຍສະ ເພາະແມ່ນອຸນຫະພູມຢູ່ໜ້ານ້ຳທະເລພາກໃຕ້ແອັສປາຍແລະທະເລຢູ່ແຄມຝັ່ງອາຟຣິກກາເໜືອໄດ້ສູງຂຶ້ນປະມານ 5 ℃ ເມື່ອທຽບໃສ່ຂໍ້ມູນອ້າງອີງໃນໄລຍະດຽວ ກັນໃນປະຫວັດສາດ ເຊິ່ງສະແດງໃຫ້ເຫັນວ່າ: ຄື້ນຄວາມຮ້ອນຂອງທະເລກຳລັງ ຮຸນແຮງຂຶ້ນຢ່າງບໍ່ຢຸດຢັ້ງ. ນອກນີ້, ອີງຕາມບົດລາຍງານຂອງອົງການຄຸ້ມຄອງ ທະເລ ແລະ ອາກາດແຫ່ງຊາດອາເມຣິກາທີ່ເຜີຍແຜ່ເມື່ອກາງເດືອນມິຖຸນາຜ່ານ ມາໃຫ້ຮູ້ວ່າ: ອຸນຫະພູມນ້ຳທະເລໃນທົ່ວໂລກກຳລັງເພີ່ມຂຶ້ນຕະຫຼອດ, ອຸນຫະພູມ ນ້ຳທະເລຫຼາຍແຫ່ງຕ່າງກໍໄດ້ລື່ນກາຍລະດັບສະເລ່ຍ, ຄາດວ່າ ເມື່ອຮອດເດືອນຕຸລາ ປີນີ້, ທະເລເຄິ່ງໜຶ່ງຢູ່ໃນໂລກອາດຈະເກີດປາກົດການຄື້ນຄວາມຮ້ອນ.