ໃນ 6 ເດືອນຕົ້ນປີ 2023 ນີ້ການນຳເຂົ້າແລະສົ່ງອອກຂອງປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ເພີ່ມຂຶ້ນ 9,8%ເມື່ອທຽບໄລຍະດຽວກັນຂອງປີ 2022 ແລ້ວນີ້

2023-07-18 16:43:36 CRI

 

ຕາມຂ່າວCRI: ວັນທີ 18 ກໍລະກົດນີ້, ນັກຂ່າວໄດ້ຮັບຊາບຈາກກອງປະຊຸມຖະແຫຼງຂ່າວປະຈຳເດືອນກໍລະກົດທີ່ຈັດຂຶ້ນໂດຍຄະນະກຳມະການພັດທະນາແລະປະຕິຮູບແຫ່ງຊາດຈີນວ່າ, ໃນ 6 ເດືອນຕົ້ນປີ 2023 ນີ້ການນຳເຂົ້າແລະສົ່ງອອກຂອງປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ເພີ່ມຂຶ້ນ 9,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ສູງກວ່າຈັງຫວະການເຕີບໂຕໂດຍລວມ 7,7%.

 

ນັບມາຮອດທ້າຍເດືອນ ມິຖຸນາແລ້ວນີ້, ຈີນໄດ້ລົງນາມໃນເອກະສານການຮ່ວມມືກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” 200 ກວ່າສະບັບກັບ 152 ປະເທດແລະ 32 ອົງການຈັດຕັ້ງສາກົນ. ໃນ 6 ເດືອນຕົ້ນປີ 2023 ນີ້, ລົດໄຟຈີນ-ເອີຣົບໄດ້ແລ່ນແລ້ວ 8.641 ຖ້ຽວ, ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນປີກາຍນີ້, ໄດ້ຂົນສົ່ງສິນຄ້າດ້ວຍຕູ້ມາດຕະຖານ 936.000 ຕູ້, ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.

 

ໃນ 6 ເດືອນຕົ້ນປີນີ້, ການນຳເຂົ້າແລະສົ່ງອອກຂອງຈີນຕໍ່ປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເພີ່ມຂຶ້ນ 9,8%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ສູງກວ່າຈັງຫວະການເຕີບໂຕໂດຍລວມ 7,7%; ໃນ 5 ເດືອນຕົ້ນປີນີ້, ການລົງທຶນໂດຍກົງທີ່ບໍ່ເປັນປະເພດການທະນາຄານຕໍ່ປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນໄດ້ເພີ່ມຂຶ້ນ19,6%.