ອົງການອຸຕຸນິຍົມໂລກຫຼື WMO: ເຂດແຄ້ວນສ່ວນໃຫຍ່ຂອງເຟື້ອງໂລກເໜືອມີອາກາດຮ້ອນແຮງ

2023-07-18 14:17:05 CRI

 

ຕາມຂ່າວCRI: ວັນທີ 17 ກໍລະກົດນີ້, ອົງການອຸຕຸນິຍົມໂລກຫຼື WMO ຢືນຢັນວ່າ: ປັດຈຸບັນນີ້ເຂດແຄ້ວນສ່ວນໃຫຍ່ຂອງເຟື້ອງໂລກເໜືອມີອາກາດຮ້ອນແຮງ, ໄດ້ເກີດມີສະຖິຕິອຸນຫະພູມສູງໃໝ່ຢ່າງຕໍ່ເນື່ອງ, ສະຖິຕິອຸນຫະພູມສູງຂອງປະເທດຈຳນວນໜຶ່ງອາດຈະຖືກທຳລາຍ. ຕາມຕົວເລກສະຖິຕິໃນເບື້ອງຕົ້ນສະແດງໃຫ້ເຫັນວ່າ, ຫຼັງຈາກອຸນຫະພູມສະເລ່ຍທົ່ວໂລກໃນເດືອນມິຖຸນາຜ່ານມາໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດອີກຄັ້ງໃໝ່, ສະພາບການນີ້ໄດ້ສືບຕໍ່ມາຮອດເດືອນກໍລະກົດນີ້.

 

ຕາມຕົວເລກສະຖິຕິຂອງອົງການອຸຕຸນິຍົມແຫ່ງຊາດອາເມຣິກາສະແດງໃຫ້ເຫັນວ່າ: ຄື້ນຄວາມຮ້ອນທີ່ແຜ່ຂະຫຍາຍກວ້າງຢູ່ອາເມຣິກາມີຄວາມຮຸນແຮງຂຶ້ນ. ໃນທ້າຍສັບປະດາຈາກວັນທີ 15 ຫາວັນທີ 16 ກໍລະກົດນີ້, ການເຕືອນໄພທີ່ຈະມີອຸນຫະພູມສູງຖືກສົ່ງໄປເຖິງປະຊາກອນ 100 ລ້ານກວ່າຄົນ. ຢູ່ການາດາ, ໄຟໄໝ້ປ່າສືບຕໍ່ແຜ່ລາມ, ໄໝ້ປ່າເປັນບໍລິເວນກວ້າງຢ່າງຕໍ່ເນື່ອງ.