ຣັດເຊຍປະກາດສັນຍາການຂົນສົ່ງຜະລິດຕະພັນກະສິກຳຈາກທ່າກຳປັ່ນທະເລດຳອອກສູ່ພາຍນອກເປັນໂມຄະ ລາຄາທັນຍາຫານຕົ້ນຕໍສາກົນຖີບສູງຂຶ້ນ

2023-07-19 11:56:39 CRI

    ວັນທີ 17 ກໍລະກົດນີ້, ກະຊວງການຕ່າງປະເທດຣັດເຊຍໄດ້ອອກຖະແຫຼງການກ່ຽວກັບສັນຍາການຂົນສົ່ງຜະລິດຕະພັນກະສິກກຳຈາກທ່າກຳປັ່ນທະເລດຳອອກສູ່ພາຍນອກ ໂດຍກ່າວວ່າ: ສັນຍາຈະເປັນໂມຄະໃນວັນທີ 18 ກໍລະກົດນີ້. ຫຼັງຈາກນັ້ນ, ລາຄາທັນຍາຫານຕົ້ນຕໍ່ໃນທົ່ວໂລກ ເຊັ່ນ: ສາລີ, ເຂົ້າບະເລ ແລະ ຖົ່ວເຫຼືອງໄດ້ຖີບສູງຂຶ້ນໃນລະດັບຕ່າງກັນ.



    ຜູ້ຮັບຜິດຊອບເຂດອາຟຣິກາຕາເວັນອອກຂອງອົງການແຜນການທັນຍາຫານໂລກກ່າວວ່າ: ສັນຍາການຂົນສົ່ງຜະລິດຕະພັນກະສິກຳຈາກທ່າກຳປັ່ນທະເລດຳອອກສູ່ພາຍນອກເປັນໂມຄະຈະເຮັດໃຫ້ສະພາບຂາດເຂີນທັນຍາຫານຢູ່ອາຟຣິກາຕາເວັນອອກໃນສະເພາະຫນ້ານີ້ຮ້າຍແຮງຕື່ມອີກ.