ວິສາຫະກິດອາເມຣິກາຄັດຄ້ານການເພີ່ມທະວີການຈຳກັດການສົ່ງອອກແຜ່ນຊິບຕໍ່ຈີນ

2023-07-19 10:19:21 cri



   ວັນທີ 17 ກໍລະກົດນີ້, ຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຜະລິດແຜ່ນຊິບ ທີ່ສຳຄັນຫຼາຍແຫ່ງຂອງອາເມຣິກາໄດ້ຮ່ວມກັນພົບປະກັບເຈົ້າໜ້າທີ່ອາວຸໂສຂອງລັດຖະບານສະຫະລັດອາເມຣິກາ ເພື່ອເປິກສາຫາລືນະໂຍບາຍຕໍ່ຈີນໂດຍຫວັງຢາກເກ້ຍກ່ອມໃຫ້ລັດຖະບານອາເມຣິກາບໍ່ເພີ່ມມາດຕະການຈຳກັດການສົ່ງອອກແຜ່ນຊິບຕໍ່ຈີນຕື່ມອີກ.

ສື່ມວນຊົນລາຍງານວ່າ: ປະທານຜູ້ບໍລິຫານ(CEO)ຂອງບໍລິສັດIntel、NVIDIA ແລະ Qualcomm ໄດ້ຄັດຄ້ານການເພີ່ມທະວີການຈຳກັດການສົ່ງອອກແຜ່ນຊິບ ແລະ ອຸປະກອນຜະລິດເຊມີຄອນດັກເຕີຕໍ່ຈີນຕື່ມອີກ, ສະນັ້ນ ຈຶ່ງສະເໜີໃຫ້ຈັດການພົບປະຄັ້ງນີ້.

ວິສາຫະກິດເຫຼົ່ານີ້ເປັນຫ່ວງວ່າ ມາດຕະການຈຳກັດລາຍໃໝ່ຈະຕັດຂາດ ສາຍພົວພັນລະຫວ່າງເຂົາເຈົ້າກັບຈີນທີ່ເປັນຕະຫຼາດໃຫຍ່ທີ່ສຸດ, ສ້າງຜົນເສຍຫາຍໃຫ້ກັບຄວາມສາມາດຂອງເຂົາເຈົ້າໃນການລົງທຶນດ້ານການຄົ້ນຄວ້າພັດທະນາ, ໃນທີ່ສຸດກໍຈະບັ່ນທອນຖານະຄອບງຳຂອງອາເມຣິກາໃນຂະແໜງການແຜ່ນຊິບ.

 ອີງຕາມສະມາຄົມຂະແໜງການເຊມີຄອນດັກເຕີອາເມຣິກາໃຫ້ຮູ້ວ່າ, ປີ2022 ຜ່ານມາ, ມູນຄ່າການຈັດຊື້ແຜ່ນຊິບຂອງຈີນໄດ້ກວມຫຼາຍກວ່າ 1/3 ຂອງຍອດມູນຄ່າການຈັດຊື້ໃນທົ່ວໂລກ.