ອົງການອຸຕຸນິຍົມໂລກຫຼື WMO: ຕ້ອງກຽມພ້ອມເພື່ອຮັບມືກັບຄື້ນຄວາມຮ້ອນທີ່ເພີ່ມຂຶ້ນ

2023-07-19 14:11:23 CRI

 

ຕາມຂ່າວCRI: ຫວ່າງມໍ່ໆມານີ້, ຫຼາຍເຂດແຄ້ວນຂອງເຟື້ອງໂລກເໜືອມີອາກາດຮ້ອນແຮງ. ອົງການອຸຕຸນິຍົມໂລກຫຼືWMO ໄດ້ອອກຄຳເຕືອນໃນວັນທີ 18 ກໍລະກົດນີ້ວ່າ: ທົ່ວໂລກຄວນກຽມພ້ອມເພື່ອຮັບມືກັບຄື້ນຄວາມຮ້ອນທີ່ນັບມື້ນັບເພີ່ມຂຶ້ນ.

 

ອົງການ WMO ໄດ້ລະບຸໃນຖະແຫຼງການໃນມື້ດຽວກັນວ່າ: ຫຼາຍເຂດແຄ້ວນໃນເຟື້ອງໂລກເໜືອຈະມີຄື້ນຄວາມຮ້ອນເພີ່ມຂຶ້ນໃນອາທິດນີ້, ອາເມຣິກາເໜືອ, ອາຊີ, ອາຟຣິກາເໜືອແລະເຂດຈຳນວນໜຶ່ງຂອງເຂດທະເລເມດີແຕລາເນຈະມີອຸນຫະພູມສູງກວ່າ 40 ອົງສາແລະສະພາບອາກາດທີ່ຮ້ອນແຮງຈະແກ່ຍາວເປັນເວລາຫຼາຍມື້.

 

ຍ້ອນວ່າຂະບວນການຫັນເປັນຕົວເມືອງເລັ່ງໄວຂຶ້ນ, ສະພາບອາກາດຮ້ອນແຮງຫຼາຍຂຶ້ນ, ກໍຄືອັດຕາສ່ວນປະຊາກອນຜູ້ອາຍຸສູງເພີ່ມຂຶ້ນ, ຄວາມສ່ຽງທີ່ມີຕໍ່ສຸຂະພາບທີ່ເກີດຈາກອາກາດຮ້ອນແຮງກຳລັງເພີ່ມຂຶ້ນຢ່າງໄວວາ.