ເລື່ອງທີ່ຝ່າຍກ່ຽວຂ້ອງສວຍໃຊ້ບັນຫາແຫຼມເກົາຫຼີເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວທາງພູມີພາກໜ້າຫ່ວງນຳຫຼາຍ

2023-07-20 14:39:45 CRI

 

ຕາມຂ່າວCRI: ວັນທີ 19 ກໍລະກົດນີ້, ທ່ານນາງເໝົາໜິງ, ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ອອກໃນເວລາຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຝ່າຍທີ່ກ່ຽວຂ້ອງພວມນຳໃຊ້ບັນຫາແຫຼມເກົາຫຼີເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວທາງພູມີພາກ, ເຮັດໃຫ້ສະຖານະການພາກພື້ນມີຄວາມເຄັ່ງຕຶງກວ່າເກົ່າ,ທຳລາຍຂະບວນການປອດນິວເຄລຍຂອງແຫຼມເກົາຫຼີ, ການກະທຳທີ່ກ່ຽວຂ້ອງໜ້າເປັນຫ່ວງນຳຫຼາຍ.

 

ຕາມການລາຍງານຂ່າວຈາກ ສ.ເກົາຫຼີ ໃຫ້ຮູ້ວ່າ: ໃນຕອນເຊົ້າຂອງວັນທີ 19 ກໍລະກົດນີ້, ສ.ປ.ປ ເກົາຫຼີໄດ້ທົດລອງຍິງລູກສອນໄຟນຳວິຖີໄລຍະສັ້ນ 2 ລູກ.

 

ທ່ານນາງເໝົາໜິງກ່າວໃນເວລາຕອບຄຳຖາມກ່ຽວກັບເລື່ອງນີ້ວ່າ: “ປັດຈຸບັນນີ້ຢູ່ແຫຼມເກົາຫຼີໄດ້ເກີດມີສະຖານະການອັນເຄັ່ງຕຶງຄືນໃໝ່, ເຊິ່ງມີເຄົ້າເຫດຢ່າງຈະແຈ້ງ, ຝ່າຍທີ່ກ່ຽວຂ້ອງສວຍໃຊ້ບັນຫາແຫຼມເກົາຫຼີເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວທາງພູມີພາກ, ເຮັດໃຫ້ສະຖານະການພາກພື້ນມີຄວາມເຄັ່ງຕຶງກວ່າເກົ່າ,ທຳລາຍຂະບວນການປອດນິວເຄລຍຂອງແຫຼມເກົາຫຼີ, ການກະທຳທີ່ກ່ຽວຂ້ອງໜ້າເປັນຫ່ວງນຳຫຼາຍ. ພວກເຮົາຫວັງວ່າແຕ່ລະຝ່າຍຈະຍຶດໝັ້ນທິດທາງການແກ້ໄຂບັນຫາດ້ວຍວິທີທາງການເມືອງ, ຜ່ານຈາກການເປິກສາຫາລືທີ່ເປັນປະໂຫຍດເພື່ອແກ້ໄຂຄວາມຖາວົນອັນສົມເຫດສົມຜົນຂອງກັນແລະກັນຢ່າງກ້ຳເກີ່ງ, ປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງແຫຼມເກົາຫຼີ”