ປະຊາຄົມໂລກຕີລາຄາສູງຕໍ່ຄຳປາໄສສຳຄັນທີ່ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວໃນກອງປະຊຸມໃຫຍ່ການອະນຸລັກສິ່ງແວດລ້ອມນິເວດທົ່ວປະເທດຈີນ

2023-07-20 15:05:27 cri

ວັນທີ 17 ຫາວັນທີ 18 ກໍລະກົດນີ້, ກອງປະຊຸມໃຫຍ່ການອະນຸລັກສິ່ງແວດລ້ອມນິເວດທົ່ວປະເທດຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ເຂົ້າຮ່ວມ ກອງປະຊຸມ ແລະ ກ່າວຄຳປາໄສທີ່ສຳຄັນໂດຍເນັ້ນໜັກໃຫ້ຊຸກຍູ້ການສ້າງປະເທດຈີນທີ່ສວຍງາມຢ່າງຮອບດ້ານ, ເລັ່ງຊຸກຍູ້ຄວາມທັນສະໄໝທີ່ມະນຸດກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ. ເຈົ້າໜ້າທີ່ລັດຖະບານ, ຜູ້ຊ່ຽວຊານ ແລະ ນັກວິຊາການໃນຂົງເຂດການອະນຸລັກສິ່ງແວດລ້ອມຂອງຫຼາຍປະເທດໄດ້ຕີລາຄາສູງຕໍ່ຄຳປາໄສສຳຄັນຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງ ໂດຍເຊື່ອໝັ້ນວ່າ ຈີນຈະສືບຕໍ່ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາແບບຍືນຍົງ ແລະ ການສ້າງໂລກທີ່ດີງາມຫຼາຍກວ່າ ທັງຈະສະໜອງບົດຮຽນທີ່ລ້ຳຄ່າໃຫ້ແກ່ການພັດທະນາແບບສີຂຽວຂອງປະເທດຕ່າງໆໃນໂລກ.

ວັນທີ 19 ກໍລະກົດນີ້, ທ່ານໂຊໂລມົນ ເລເຊຊາ ເຊໂນລີ ຮອງປະທານສະພາແຫ່ງຊາດອາຟຣິກາໃຕ້ກ່າວວ່າ: ຈີນໄດ້ຢ່ວງບາດກ້າວທີ່ສຳຄັນໃນດ້ານການອະນຸລັກລະບົບນິເວດ, ມາດຕະການຂອງຈີນແມ່ນແບບຢ່າງທີ່ໜ້າຮ່ຳຮຽນຂອງປະເທດອື່ນ.

ທ່ານເຊວາເນບ ຫົວໜ້ານັກຄົ້ນຄວ້າຂອງສະຖາບັນຄົ້ນຄວ້າກົດໝາຍ ແລະ ນິຕິສາດແບບສົມທຽບຂອງຣັດເຊຍໄດ້ໃຫ້ສຳພາດຕໍ່ນັກຂ່າວຈີນວ່າ: ໃນໄລຍະ 10 ປີຜ່ານມານີ້, ໃນບັນຫາການອະນຸລັກສິ່ງແວດລ້ອມນິເວດ, ຈີນໄດ້ສະແດງໃຫ້ເຫັນພາບພົດທີ່ເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບມາໂດຍຕະຫຼອດໃນປະຊາຄົມໂລກ ໂດຍສະເພາະໃນດ້ານການນຳໃຊ້ພະລັງງານໝູນວຽນ.

ທ່ານສກອດ ໂວອັນ ອະດີດຫົວໜ້າສະຖາບັນຄົ້ນຄວ້າການພັດທະນາແບບຍືນຍົງສາກົນຂອງການາດາກ່າວວ່າ: ການພັດທະນາແບບສີຂຽວ ແລະ ກາກບອນຕ່ຳ ແລະ ການປະດິດສ້າງດ້ານວິທະຍາສາດເຕັກນິກ ບໍ່ພຽງແຕ່ຈະມີຜົນດີຕໍ່ຈີນໃນການບັນລຸເປົ້າໝາຍຄວາມສີວິໄລດ້ານນິເວດ, ຍັງຈະເຮັດໃຫ້ຈີນກາຍເປັນຄູ່ຮ່ວມມືທີ່ສຳຄັນ ເພື່ອນຳພາປະເທດອື່ນດຳເນີນການປົວແປງລະບົບນິເວດໃນທົ່ວໂລກ ແລະ ຮ່ວມກັນຊົມໃຊ້ຜົນສຳເລັດດ້ານການພັດທະນາຕາມທິດສີຂຽວ.