ຊາວອາເມຣິກາຫຼາຍກວ່າເຄິ່ງໜຶ່ງບໍ່ເຫັນດີຕໍ່ຂໍ້ຕົກລົງທີ່ອາເມຣິກາສະໜອງລະເບີດລູກຫວ່ານໃຫ້ແກ່ອູແກຣນ

2023-07-20 15:17:10 cri

ຕາມການລາຍງານຂ່າວຂອງໜັງສືພິມ THE HILL ອາເມຣິກາໃຫ້ຮູ້ວ່າ: ຜົນການສຳຫຼວດຄວາມເຫັນປະຊາຊົນຫຼ້າສຸດຂອງມະຫາວິທະຍາໄລຄວິນນິປີອັກອາເມຣິກາສະແດງໃຫ້ເຫັນວ່າ: ມີຜູ້ຕອບແບບສອບຖາມຂອງອາເມຣິກາຫຼາຍກວ່າ 50% ເຫັນວ່າ: ເຂົາເຈົ້າບໍ່ເຫັນດີຕໍ່ຂໍ້ຕົກລົງຫຼ້າສຸດຂອງລັດຖະບານອາເມຣິກາທີ່ຈະສະໜອງລະເບີດລູກຫວ່ານໃຫ້ແກ່ອູແກຣນ.

ຜົນການສຳຫຼວດດັ່ງກ່າວສະແດງໃຫ້ເຫັນວ່າ: ມີຜູ້ຕອບແບບສອບຖາມ 51% ບໍ່ເຫັນດີຕໍ່ຂໍ້ຕົກລົງດັ່ງກ່າວ, ມີ 39% ເຫັນດີ ແລະ ອີກ 10% ສະແດງວ່າບໍ່ຮູ້.

ການສຳຫຼວດຄວາມເຫັນປະຊາຊົນດັ່ງກ່າວດຳເນີນໄປໃນລະຫວ່າງວັນທີ 13 ຫາ 17 ກໍລະກົດນີ້, ຜູ້ຕອບແບບສອບຖາມແມ່ນຊາວອາເມຣິກາຜູ້ມີອາຍຸເຕັມກະຕຽນ 2.056 ຄົນ.