ຈີນຫວັງວ່າຝ່າຍທີ່ກ່ຽວຂ້ອງຜ່ານການສົນທະນາ ແລະ ການເປິກສາຫາລືກັນ ເພື່ອແກ້ໄຂບັນຫາຄວາມໝັ້ນຄົງດ້ານສະບຽງອາຫານສາກົນຢ່າງເໝາະສົມ

2023-07-21 10:45:34 CRI


ວັນທີ 20 ກໍລະກົດ 2023, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ, ຈີນຫວັງວ່າຝ່າຍທີ່ກ່ຽວຂ້ອງຜ່ານການສົນທະນາ ແລະ ການເປິກສາຫາລືກັນ ເພື່ອແກ້ໄຂບັນຫາຄວາມໝັ້ນຄົງດ້ານສະບຽງອາຫານສາກົນຢ່າງເໝາະສົມ.

 

ທ່ານນາງເໝົາໜິງກ່າວຢ້ຳວ່າ, ກ່ຽວກັບວິກິດການອູແກຣນ, ຈີນມີຫຼັກໝັ້ນທີ່ຈະແຈ້ງຢ່າງສະເໝີຕົ້ນສະເໝີປາຍ, ແລະຈີນຈະສືບຕໍ່ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເພື່ອແກ້ໄຂວິກິດການດ້ວຍວິທີທາງການເມືອງ.

 

ຕາມຂ່າວແຈ້ງວ່າ, ຫວ່າງບໍ່ດົນມານີ້, ຣັດເຊຍທີ່ໄດ້ຖອນອອກຈາກສັນຍາຂົນສົ່ງສະບຽງອາຫານຜ່ານທະເລດຳຢ່າງເປັນທາງການແລ້ວນັ້ນໄດ້ປະກາດວ່າ, ນັບແຕ່ວັນທີ 20 ກໍລະກົດນີ້ເປັນຕົ້ນໄປ, ກຳປັ່ນຂົນສົ່ງທີ່ຜ່ານທະເລດຳໄປສູ່ອູແກຣນລ້ວນແຕ່ຈະຖືວ່າມີຈຸດປະສົງທາງການທະຫານ.