ການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລແມ່ນບັນຫາວິທະຍາສາດທັງແມ່ນບັນຫາດ້ານທັດສະນະທ່າທີ

2023-07-21 16:28:12 CRI

 

ຕາມຂ່າວCRI: ວັນທີ 20 ກໍລະກົດນີ້, ທ່ານນາງເໝົາໜິງ, ໂຄສົກກະຊວງການຕ່າງປະເທດຈີນກ່າວເນັ້ນໃນເວລາຕອບຄຳຖາມກ່ຽວກັບບັນຫາທີ່ຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍສູ່ທະເລໃນກອງປະຊຸມຖະແຫຼງຂ່າວວ່າ: ການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລແມ່ນບັນຫາວິທະຍາສາດ, ແລະກໍແມ່ນບັນຫາດ້ານທັດສະນະທ່າທີ. ຈີນເລັ່ງທວງໃຫ້ຍີ່ປຸ່ນປະເຊີນໜ້າກັບຄວາມກັງວົນອັນສົມເຫດສົມຜົນຂອງປະຊາຄົມໂລກ ແລະ ມວນຊົນພາຍໃນປະເທດ, ຍຸດຕິການປະຕິບັດແຜນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລແບບດື້ດ້ານ, ດຳເນີນການເປິກສາຫາລືຢ່າງເຕັມທີ່ກັບປະເທດໃກ້ຄຽງດ້ວຍຄວາມຈິງໃຈ, ຊຳລະ ນ້ຳປົນເປື້ອນລັງສີນິວເຄລຍດ້ວຍວິທີການທີ່ມີຄວາມຮັບຜິດຊອບຢ່າງຈິງຈັງ, ແລະຮັບເອົາການຕິດຕາມກວດກາຢ່າງເຂັ້ມງວດຈາກສາກົນ.

 

ທ່ານນາງເໝົາໜິງກ່າວວ່າ, ອີງຕາມຜົນການສຳຫຼວດຄວາມເຫັນຂອງປະຊາຊົນໃນວັນທີ 16 ກໍລະກົດນີ້ໂດຍສື່ມວນຊົນຍີ່ປຸ່ນສະແດງໃຫ້ເຫັນວ່າ: ມີມວນຊົນຍີ່ປຸ່ນຫຼາຍກວ່າ 80% ເຫັນວ່າ: ການອະທິບາຍກ່ຽວກັບການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງລັດຖະບານຍີ່ປຸ່ນບໍ່ແມ່ນມີເຫດຜົນທີ່ພຽງພໍ. ມີນັກວິຊາການ, ນັກອະນຸລັກສິ່ງແວດລ້ອມຂອງຍີ່ປຸ່ນໄດ້ສະແດງຈຸດຢືນຢ່າງບໍ່ຢຸດຢັ້ງໂດຍໂຮງໄຟຟ້າ, ເຫັນວ່າອຸບັດເຫດນິວເຄລຍທີ່ເກີດຂຶ້ນຢູ່ຟູຄູຊີມາຍີ່ປຸ່ນໃນປີ 2011 ໄດ້ເຮັດໃຫ້ເກີດການຮົ່ວໄຫຼຂອງສານກຳມັນຕະພາບລັງສີ, ປັດຈຸບັນນີ້ໄດ້ລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລອີກເຊິ່ງເປັນການເພີ່ມມົນລະພິດດ້ານສານກຳມັນຕະພາບລັງສີ, ສິ່ງນີ້ແມ່ນບໍ່ສາມາດອົດທົນໄດ້. ການກຳນົດນະໂຍບາຍໃນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງລັດຖະບານຍີ່ປຸ່ນບໍ່ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຕໍ່ຄວາມກັງວົນຂອງມວນຊົນ,ໂດຍສະເພາະຂອງຜູ້ປະກອບອາຊີບຂະແໜງການປະມົງແລະຂະແໜງການກະສິກຳ, ເຊິ່ງຈະຝ່າຝືນຕໍ່ຄຳໝັ້ນສັນຍາທີ່ໄດ້ໃຫ້ໄວ້ໃນກ່ອນໜ້ານີ້ຄືຈະບໍ່ດຳເນີນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຖ້າບໍ່ໄດ້ຮັບຄວາມເຂົ້າໃຈຂອງຝ່າຍທີ່ກ່ຽວຂ້ອງ.